ສປປ.ເກົາຫຼີ ຍິງ ວັດຖຸ 3ຢ່າງທີ່ຍັງບໍ່ທັນຢັ້ງຢືນໄດ້ລົງທະເລຍີ່ປຸ່ນ
(VOVWORLD) -ສະພາທີ່ປຶກສາຫົວໜ້າທະຫານປະສົມສ.ເກົາຫຼີ (JSC) ໄດ້ແຈ້ງໃຫ້ຊາບວ່າ ໃນວັນທີ 9/3 ສປປ.ເກົາຫຼີ ໄດ້ຍິ່ງວັນຖຸ 3 ຢ່າງທີ່ຍັງບໍ່ທັນຢັ້ງຢືນໄດ້ລົງທະເລ ຍີ່ປຸ່ນ.
ເຫດຍິງປືນໃຫຍ່ໄລຍະກາງຂອງ ສປປ.ເກົາຫຼີ (ພາບ: TTXVN) |
ໃນແຈ້ງການສັ້ນ, JSC ໃຫ້ຮູ້ວ່າ ບັນດາວັດຖຸດັ່ງກ່າວໄດ້ຍິງຕາມທິດຕາເວັນອອກສ່ຽງເໜືອຈາກບັນດາເຂດທີ່ໃກ້ກັບເທດສະບານທາງທິດຕາເວັນອອກ Sondok ຢູ່ແຂວງ Hamgyong. ປັດຈຸບັນຍັງບໍ່ທັນມີຂໍ້ມູນຂ່າວສານລະອຽດຕື່ມອີກກ່ຽວກັບວັດຖຸດັ່ງກ່າວ. JSC ຢັ້ງຢືນວ່າ ກອງທັບ ສ.ເກົາຫຼີ ພວມຕິດຕາມກວດກາສະພາບການໃນກໍ່ລະນີມີບັນດາເຫດຍິງ ຕ່າງໆ ແລະ ຮັກສາທ່າກຽມພ້ອມສູ້ຮົບ.