ສປປ.ເກົາຫຼີ ຍິງລູກສອນໄຟຕິດປີກອອກສູ່ທະເລ ຮ່ວາງຫາຍ
(VOVWORLD) - ສະພາເສນາທິການທະຫານປະສົມ ສ.ເກົາຫຼີ (JSC) ໃຫ້ຮູ້ວ່າ ເຫດການຍິງລູກຍອນໄຟດັ່ງກ່າວ ເລີ່ມແຕ່ເວລາປະມານ 4 ໂມງເຊົ້າຂອງວັນທີ 2 ກັນຍາ.
ໂທລະພາບ ສ.ເກົາຫຼີ ອອກຂ່າວກ່ຽວກັບເຫດການຍິງລູກສອນໄຟຂອງ ສປປ.ເກົາຫຼີ ເມື່ອວັນທີ 31/8/2023 (ພາບ: AP)
|
ຕອນເຊົ້າວັນທີ 2 ກັນຍາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກຍອນໄຟຕິດປີກໄປສູ່ເຂດທະເລ ຮ່ວາງຫາຍ ພາຍຫຼັງເວລາທີ່ ສ.ເກົາຫຼີ ແລະ ອາເມລິກາ ຫາກໍ່ສິ້ນສຸດການຊ້ອມຮົບປະຈຳປີຂະໜາດໃຫ່ຍພຽງ 2,3 ວັນ.
ສະພາເສນາທິການທະຫານປະສົມ ສ.ເກົາຫຼີ (JSC) ໃຫ້ຮູ້ວ່າ ເຫດການຍິງລູກຍອນໄຟດັ່ງກ່າວ ເລີ່ມແຕ່ເວລາປະມານ 4 ໂມງເຊົ້າຂອງວັນທີ 2 ກັນຍາ. ປະຈຸບັນ, JSC ພວມຮັກສາສະພາບການກຽມພ້ອມສູ້ຮົບ ແລະ ເພີ່ມທະວີການຕິດຕາມກວດກາບັນດາການກະທຳຕໍ່ໄປຂອງ ພຽງຢາງ.