ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນ 4 ລູກ

ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນ 4 ລູກ - ảnh 1
(ພາບປະກອບ)

(vovworld) –  ສຳນັກ​ຂ່າວສານ Yonhap ຂອງ​ສ.​ເກົາຫຼີ ​ໄດ້​ຄັດ​ຄຳ​ເວົ້າ​ບັນດາ​ເຈົ້າ​ໜ້າ​ທີ່​ຂຶ້ນ​ກັບ​ສະພາ​​ເສນາ​ທິການ​​ໃຫຍ່​ກຳລັງ​ທະຫານ​ປະສົມ​ສ.​ເກົາຫຼີ (JCS) ​ໃຫ້​ຮູ້​ວ່າ, ວັນ​ທີ 30/07, ສປປ.​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 4 ລູກ, ​ຈາກ​ຖານ​ຍິງ​ລູກ​ສອນ​ໄຟ KN 09 ມີ​ໄລຍະ​ຍິງ​ປະມານ 156 – 160 ກມ. ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ, ລູກ​ສອນ​ໄຟ 2 ລູກຂອງ​ສປປ.​ເກົາຫຼີ ​ໄດ້​ຍິງ​ຈາກ​ເຂດ​ພູ Myohyang ຂຶ້ນ​ກັບ​ແຂວງ Pyongan ​​ໄປ​ທາງ​ທິດຕາ​ເວັນ​ອອກ, ໃນ​ເວລາ 7​ ໂມງ 30 ນາທີ ​ແລະ 7​ ໂມງ 40 ນາທີ ວັນ​ທີ 30/07 (ຕາມ​ເວລາ​ທ້ອງ​ຖິ່ນ). ​ເຫດ​ຍິງ​ລູກ​ສອນ​ໄຟ 2 ຄັ້ງນີ້​ເກືອບ​ຄື​ວ່າ​ຖືກ​ປະລາ​ໄຊ ຍ້ອນ​ບັນດາ​ລູກ​ສອນ​ໄຟ​ບິນ​ໄດ້​ພຽງ 2 – 3 ວິນາທີ​ເທົ່າ​ນັ້ນ. ຫຼັງ​ຈາກ​ນັ້ນ, ​ໃນ​ເວລາ 17 ​ໂມງ 50 ນາທີ ​ແລະ 18 ​ໂມງ, ພຽງ​ຢາງ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ 2 ລູກຈາກ​ເຂດ​ດັ່ງກ່າວ​ໄປ​ທາງ​ທິດຕາ​ເວັນ​ອອກ. ​ໃນ​ນັ້ນ, ລູກ​ສອນ​ໄຟ​ລູກ​ໜຶ່ງ ຖືກ​ຕົກ​ລົງ​ເຂດ​ທະ​ເລ​​ທິ​ດຕາ​ເວັນ​ອອກ ພາຍ​ຫຼັງບິນ​ໄດ້ 210 ກມ, ​ໃນຂະນະ​ນັ້ນ, ລູກສອນ​ໄຟທີ 2 ບິນໄດ້ 130 ກມ ​ແລ້ວຕົກ​ລົງໃສ່​ເຂດ​ດິນ​ແດນ​ຂອງ​ສປປ.​ເກົາຫຼີ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ​ລູກ​ສອນ​ໄຟທີ່​ຍິງ​ຈາກ​ຖານ​ຍິງ KN 09 ​​ບິນ​ໄດ້​ກວ່າ 200 ກມ.

ຂ່າວ/ບົດ​ອື່ນ