ສປປ.ເກົາຫຼີ ຖະແຫຼງການທົດລອງລະບົບລູກສອນໄຟໃໝ່

(VOVWORLD) - ວັນທີ 01 ສິງຫາ, ສປປ.ເກົາຫຼີ ຖະແຫຼງວ່າ ປະເທດນີ້ ໄດ້ທົດລອງລະບົບລູກສອນໄຟໃໝ່ ໃນບັນດາເຫດຍິງລູກສອນໄຟ ເຊິ່ງໄດ້ປະຕິບັດກ່ອນນັ້ນໜຶ່ງວັນ, ພາຍໃຕ້ການຕິດຕາມກວດກາຂອງການນຳ Kim Jong-un. 

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ເຫດຍິງລູກສອນໄຟໄດ້ດຳເນີນໃນວັນທີ 31 ກໍລະກົດ ແມ່ນແນໃສ່ທົດລອງ “ລະບົບລູກສອນໄຟນຳວິຖີລຸ້ນໃໝ່”.

ສປປ.ເກົາຫຼີ ຖະແຫຼງການທົດລອງລະບົບລູກສອນໄຟໃໝ່ - ảnh 1ສປປ.ເກົາຫຼີ ຖະແຫຼງການທົດລອງລະບົບລູກສອນໄຟໃໝ່ (ພາບ: YONHAP/TTXVN

        ຂ່າວຄາວດັ່ງກ່າວໄດ້ຍົກອອກມາໜຶ່ງວັນ ພາຍຫລັງກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ ໄປທາງຝັ່ງທະເລທາງທິດຕາເວັນອອກຂອງປະເທດນີ້ໃນວັນທີ 31 ກໍລະກົດ.

        ວົງການເຈົ້າໜ້າທີ່ຖືວ່າ: ເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ເບິ່ງຄືວ່າ ແມ່ນການໂຕ້ຕອບຕໍ່ການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ, ຄາດວ່າ ຈະດຳເນີນໃນເດືອນໜ້າ ກໍ່ຄືເພີ່ມທະວີທີ່ຕັ້ງບົດບາດການເຈລະຈາຂອງ ພຽງຢາງ ກ່ອນທີ່ຈະເຊື່ອມຕໍ່ການເຈລະຈານິວເຄຼຍກັບ ອາເມລິກາ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ