ສປປ.ເກົາຫຼີ ປະກາດທົດລອງນິວເຄຼຍ ແລະ ສືບຕໍ່ຍິງລູກສອນໄຟ
ລູກສອນໄຟໄລຍະໄກ
ສປປ.ເກົາຫຼີ
(ພາບ: AFP)
(vovworld) - ວັນທີ 24/01, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA), ໄດ້ຄັດສະເໜີແຈ້ງການຂອງຄະນະກຳມະການປ້ອງກັນປະເທດ ຂອງປະເທດນີ້ໂດຍໃຫ້ຮູ້ວ່າ ພຽງຢາງ ມີແຜນການດຳເນີນການທົດລອງເນິວເຄຼຍໃໝ່ ແລະ ບັນດາກໍລະນີຍິງລູກສອນໄຟອື່ນໆ ດ້ວຍຈຸດປະສົງແນໃສ່ອາເມລິກາ. ແຈ້ງການດັ່ງກ່າວໄດ້ເນັ້ນໜັກວ່າ ໃນໄລຍະໃໝ່ ສປປ.ເກົາຫຼີ ຈະບໍ່ປົກປິດຄວາມລັບບັນດາແຜນການສືບຕໍ່ຍິງດາວທຽມ ແລະ ລູກສອນໄຟໄລຍະໄກຄັ້ງຕ່າງໆ ກໍຄືການທົດລອງນິວເຄຼຍຢູ່ໃນລະດັບສູງກວ່າ. ຄະນະກຳມະການປ້ອງກັນປະເທດສປປ.ເກົາຫຼີ ກໍຕຳນິຕິຕ່ຽນມະຕິເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາເມື່ອວັນທີ 22/01 ທີ່ກ່າວປະນາມເຫດການຍິງລູກສອນໄຟຫວ່າງມໍ່ໆມານີ້ຂອງພຽງຢາງ. ແຈ້ງການດັ່ງກ່າວໄດ້ຍ້ຳຄືນຄຳຖະແຫຼງກ່ອນນັ້ນຂອງພຽງຢາງທີ່ເວົ້າວ່າ ໃນອະນາຄົດຈະບໍ່ມີການສົນທະນາກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ ເຖິງວ່າຍັງສາມາດສົນທະນາ ແລະ ເຈລະຈາກ່ຽວກັບການຮັບປະກັນສັນຕິພາບ ແລະ ຄວາມປອດໄພໃນພາກພື້ນ, ລວມທັງແຫຼມເກົາຫຼີ.
ໃນເຫດການອື່ນອີກ, ວັນທີ 24/01, ສ.ເກົາຫຼີ ໄດ້ປະກາດວ່າ ປະເທດນີ້ຈະຍິງລູກສອນໄຟ KSLV – 1, ຫຼືເອີ້ນວ່າ Naro ໃນວັນທີ 30/01 ຈະມາເຖິງ. ສ.ເກົາຫຼີ ໄດ້ປະລາໄຊໃນການຍິງລູກສອນໄຟ 2 ຄັ້ງ ເພື່ອແນໃສ່ສົ່ງດາວທຽມຂຶ້ນສູ່ວົງໂຄຈອນເມື່ອປີ 2009 ແລະ 2010. ການຍິງດາວທຽມທີ່ນີ້ຄາດວ່າ ດຳເນີນໃນເດືອນ 10/2012 ຜ່ານມາຖືກໂຈະໄວ້ຍ້ອນບັນຫາທາງດ້ານເຕັກນິກ.