(vovworld) - ຕອນເຊົ້າວັນທີ 12/12, ສປປເກົາຫຼີ ດຳເນີນການຍິງດາວທຽມ ເຊິ່ງຝ່າຍຕາເວັນຕົກ ຖືວ່າແມ່ນການທົດລອງລູກສອນໄຟນຳວິຖີ, ໃນຂະນະທີ່ຝ່າຍພຽງຢາງ ຢືນຢັນວ່າ ນີ້ແມ່ນການຍິງດາວທຽມສັງເກດໜ່ວຍໂລກ. ປະຈຸບັນ ຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບການຍິງດາວທຽມໄດ້ສຳເລັດ ຫຼື ບໍ່. ສຳນັກຂ່າວສານ Yonhap ຄັດແຫຼ່ງຂ່າວຈາກກະຊວງປ້ອງກັນປະເທດ ສ.ເກົາຫຼີ ໂດຍໃຫ້ຮູ້ວ່າ ການຍິງດາວທຽມໄດ້ດຳເນີນຢູ່ສູນຍິງດາວທຽມ Sohae ໃນເວລາ 9 ໂມງ 51 ນາທີ ຕາມເວລາທ້ອງຖິ່ນ ( 7 ໂມງ 51 ນາທີ ຕາມເວລາຫວຽດນາມ).