ສປປ.ເກົາຫຼີ ຢັ້ງຢືນການດຳເນີນການຊ້ອມຮົບຕ້ານຄືນການບຸກໂຈມຕີນິວເຄຼຍຍຸດທະສາດ
(VOVWORLD) -ພຽງຢາງ ຕ້ອງກຽມພ້ອມເພື່ອດຳເນີນການບຸກໂຈມຕີບໍ່ວ່າໃນຈຸດເວລາໃດ ເພື່ອແນໃສ່ນາບຂູ່ສົງຄາມ.
ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 14 ມີນາ (ພາບ: KCNA/TTXVN) |
ວັນທີ 20 ມີນາ, ສປປ.ເກົາຫຼີ ຖະແຫຼງວ່າ ປະເທດນີ້ດຳເນີນການຊ້ອມຮົບແບບຮູບຈຳລອງຕາມແຜນການຕ້ານການບຸກໂຈມຕີນິວເຄຼຍຍຸດທະສາດໃນອາທິດຜ່ານມາ. ການກະທຳຂອງ ສປປ.ເກົາຫຼີ ໄດ້ດຳເນີນໃນສະພາບການ ສ.ເກົາຫຼີ ແລະ ອາເມລິກາ ພວມດຳເນີນການຊ້ອມຮົບຮ່ວມ ໃນເວລາ 11 ມື້ (ແຕ່ວັນທີ 13 /3 – 23/3). ນີ້ໄດ້ຮັບຖືວ່າ ແມ່ນການຊ້ອມຮົບຂະໜາດໃຫຍ່ທີ່ສຸດລະຫວ່າງສອງປະເທດສຳພັນທະມິດໃນຫຼາຍປີຜ່ານມາ.
ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA), ການນຳ ສປປ.ເກົາຫຼີ Kim Jong – un ຊີ້ນຳການຊ້ອມຮັບຢູ່ກົມກອງຕ່າງໆຂອງກອງທັບຮັບຜິດຊອບດ້ານອາວຸດນິວເຄຼຍຍຸດທະສາດ ໃນວັນທີ 18 ແລະ 19 ມີນາ, ລວມທັງການຊ້ອມຍິງລູກສອນໄພນຳວິຖີ. ການນຳ Kim Jong – un ຖະແຫຼງວ່າ ພຽງຢາງ ຕ້ອງກຽມພ້ອມເພື່ອດຳເນີນການບຸກໂຈມຕີບໍ່ວ່າໃນຈຸດເວລາໃດ ເພື່ອແນໃສ່ນາບຂູ່ສົງຄາມ.