ສປປ.ເກົາຫຼີ ຢືນຢັນ ການທ້ອນໂຮມສອງພາກເປັນເອກະພາບຄືນໃໝ່ຕ້ອງອີງໃສ່ຫຼັກການເອກະລາດແຫ່ງຊາດ

(VOVWORLD) -ວັນທີ 07 ພຶດສະພາ, ໜັງສືພິມ Rodong Sinmun, ອົງການກະບອກສຽງ ເປັນທາງການຂອງພັກແຮງງານ ສປປ.ເກົາຫຼີ, ໄດ້ຢືນຢັນກ່ຽວກັບການທ້ອນໂຮມສອງພາກຂອງ ສປປ.ເກົາຫຼີເປັນເອກະພາບຄືນໃໝ່ໃນອະນາຄົດ ແມ່ນຕ້ອງອີງໃສ່ຫຼັກການເອກະລາດແຫ່ງຊາດ ແລະ ບໍ່ມີການແຊກແຊງຈາກພາຍນອກ.

ສປປ.ເກົາຫຼີ ຢືນຢັນ ການທ້ອນໂຮມສອງພາກເປັນເອກະພາບຄືນໃໝ່ຕ້ອງອີງໃສ່ຫຼັກການເອກະລາດແຫ່ງຊາດ - ảnh 1ການນຳສປປ.ເກົາຫຼີ Kim Jong Un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລກປ່ຽນຖະແຫຼງການຮ່ວມປາມມຸນຈອມ ເມື່ອວັນທີ 27 ເມສາ

(ພາບ: ສຳນັກຂ່າວສານຊີນຮວາ/TTXVN)

ໃນບົດວິຈານກ່ຽວກັບຖະແຫຼງການຮ່ວມປານມູນຈອມ, ທີ່ການນຳສປປ.ເກົາຫຼີ Kim Jong Un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຫາກໍໄດ້ລົງນາມເມື່ອວັນທີ 27 ເມສາຜ່ານມາ, ໜັງສືພິມ Rodong Sinmun ຢືນຢັນວ່າ “ການຮັກສາຫຼັກການເອກະລາດແຫ່ງຊາດສວມບົດບາດສຳຄັນຍິ່ງສຳລັບແງ່ຫວັງຂອງການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ”. ໜັງສືພິມດັ່ງກ່າວ ຊີ້ແຈ້ງວ່າ: “ກ່ຽວກັບເນື້ອແທ້, ການທ້ອນໂຮມປະເທດຊາດເປັນເອກະພາບແມ່ນການເຊື່ອມຕໍ່ຄືນເລືອດເນື້ອເຊື້ອສາຍ ແລະ ບັນຫາທ້ອນໂຮມປະເທດຊາດເປັນເອກພາບຄືນໃໝ່ຈະບໍ່ໄດ້ຮັບການແກ້ໄຂ ຖ້າຫາກວ່າມີ ຝ່າຍໜຶ່ງຍັງຂຶ້ນກັບບັນດາປະເທດພາຍນອກ”.


ຕອບກັບ

ຂ່າວ/ບົດ​ອື່ນ