( vovworld ) – ວັນທີ 10/4, ເຈົ້າໜ້າທີ່ຂອງຄະນະກຳມະການເຕັກໂນໂລຊີອາວະກາດ ສປປ.ເກົາຫຼີ, ທ່ານ Paek Chung Ho ໄດ້ຢືນຢັນວ່າ ການຍິງດາວທຽມຂອງປະເທດນີ້ຈະບໍ່ສົ່ງຜົນຮ້າຍເຖິງບັນດາປະເທດບ້ານໃກ້ເຮືອນຄຽງກໍຄືທົ່ວພາກພື້ນ. ກ່ານຄຳເຫັນໃນກອງປະຊຸມທີ່ມີການເຂົ້າຮ່ວມຂອງນັກຂ່າວຕ່າງປະເທດ, ທ່ານ Paek Chung Ho ໄດ້ຢືນຢັນວ່າ, ສອງຊັ້ນທຳອິດຂອງລູກສອນໄຟມີໜ້າທີ່ສົ່ງດາວທຽມ Kwangmysong 3, ຈະຕົກຢູ່ເຂດໃນວົງໂຄຈອນທີ່ໄດ້ກຳນົດໄວ້. ແຕ່ທ່ານ Paek Chung Ho ກໍເວົ້າວ່າຍັງບໍ່ທັນກຳນົດເວລາລະອຽດໃຫ້ແກ່ການຍິງດາວທຽມ ເຖິງວ່າການກະກຽມພວມໄດ້ດຳເນີນ. ສປປ.ເກົາຫຼີ ຈະເຊີນບັນດານັກຂ່າວຕ່າງປະເທດເຂົ້າຢ້ຽມສູນຕິດຕາມກວດກາຮອບດ້ານຢູ່ພຽງຢາງ ໃນວັນທີ 12/4. ໃນຂະນະນັ້ນ, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ໄດ້ຄັດຄຳເວົ້າຂອງບັນດາເຈົ້າໜ້າທີ່ສປປ.ເກົາຫຼີ ຢືນຢັນໄດ້ສຳເລັດວຽກງານກະກຽມແລ້ວ ແລະ ຄາດວ່າຈະປະຕິບັດການຍິງດາວທຽມດັ່ງກ່າວໃນລະຫວ່າງວັນທີ 12 – 16/4.