ສປປ.ເກົາຫຼີ ຢືນຢັນກຽມພ້ອມ ເຊື່ອມຕໍ່ການເຈລະຈາ

ສປປ.ເກົາຫຼີ ຢືນຢັນກຽມພ້ອມ ເຊື່ອມຕໍ່ການເຈລະຈາ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດສປປ.​ເກົາຫຼີ Kim Kye gwan
(ພາບ: Reuters)


(vovworld) - ວັນ​ທີ 19/06, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດສປປ.​ເກົາຫຼີ Kim Kye gwan ​ໃຫ້​ຮູ້​ວ່າ, ພຽງ​ຢາງ​ພ້ອມ​ແລ້ວ​ທີ​ຈະ​ແກ້​ໄຂການ​ພິດ​ພາດ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ ຂອງ​ຕົນ ຜ່ານ​ການ​ເຈລະຈາ​ສັນຕິພາບ, ​ໃນ​ນັ້ນ​ມີ​ທັງ​ເລື່ອງ​ກັບ​ຄືນ​ໂຕະ​ເຈລະຈາ 6 ຝ່າຍ. ​ຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ ສປປ.​ເກົາຫຼີ ​ຖືກ​ຍົກ​ອອກ​ມາ​ໃນ​ການ​ເຈລະຈາ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ - ສປປ​ເກົາຫຼີ ​ແລະ ທ່ານ​ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຈີນ ຈຽງ​ເຍີ​ຍຊວຍ. ທ່ານຮອງ​ລັດຖະມົນຕີ Kim Kye gwan ຊີ້​ແຈ້ງວ່າ ພຽງ​ຢາງ ພ້ອ​ມ​ແລ້ວ​ທີ່​ຈະການ​ເຈລະຈາ​ກັບ​ທຸກໆ​ຝ່າຍ ​ແລະ ​ເຂົ້າ​ຮ່ວມ​ການ​ເຈລະຈາຕ່າງໆ ​ເຊິ່ງລວມມີ​ການ​ເຈລະຈາ 6 ຝ່າຍ, ດ້ວຍ​ຄວາມ​ປາດ​ຖະໜາຢາກ​ແກ້​ໄຂບັນຫາ​ນິວ​ເຄຼຍ​ໂດຍສັນຕິວິທີ. ສ່ວນທ່ານ ຈຽງ​ເຍີ​ຍຊວຍ ຊີ້​ແຈ້ງວ່າ ບັນດາ​ການ​ເຈລະຈາ, ຄວາມ​ສະຖຽນ​ລະ​ພາບ ​ແລະ ວິວັດ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ແມ່ນ​​ເພື່ອ​ແນ​ໃສ່ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍ. ທ່ານ​ເນັ້ນ​ໜັກ​ວ່າ ຈີນ ສະໜັບສະໜູນ​ການ​ເຈລະຈາ​ລະຫວ່າງ​ຝ່າຍຕ່າງໆ ​ແລະ ​ປາດ​ຖະໜາ​ວ່າການ​ເຈລະຈາ 6 ຝ່າຍ​ໄດ້ຮັບ​ການ​ເຊື່ອມຕໍ່​​ໂດຍ​ໄວ.
ຂ່າວ/ບົດ​ອື່ນ