ສປປ.ເກົາຫຼີ ສືບຕໍ່ຍິງລູກສອນໄຟ
(VOVWORLD) - ພຽງຢາງ ຍັງບໍ່ທັນຍົກອອກຂໍ້ມູນຂ່າວເປັນທາງການໃດຕໍ່ເຫດຍິງລູກສອນໄຟຫຼ້າສຸດໃນວັນທີ 18 ທັນວາ ນີ້ເທື່ອ.
ບັນດາແຫຼ່ງຂ່າວຂອງ ຍີ່ປຸ່ນ ແລະ ສປປ.ເກົາຫຼີ ໃຫ້ຮູ້ວ່າ, ວັນທີ 18 ທັນວາ, ສປປ.ເກົາຫຼີ ສືບຕໍ່ດຳເນີນການຍິງລູກສອນໄຟ.
ລະອຽດແມ່ນ, ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ ໄດ້ຄັດແຫຼ່ງຂ່າວຂອງລັດຖະບານປະເທດນີ້ ໂດຍຖືວ່າ ມີວັດຖຸບິນ 2 ເຄື່ອງ ເຊິ່ງໄດ້ຮັບຖືວ່າຂອງ ສປປ.ເກົາຫຼີ ຍິງໃນຕອນເຊົ້າວັນທີ 18 ທັນວາ ໄດ້ຕົກຢູ່ນອກເຂດເສດຖະກິດພິເສດ (EEZ) ຂອງ ຍີ່ປຸ່ນ. ໃນຄະນະນັ້ນ, ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີທີ່ຍັງບໍ່ທັນຢັ້ງຢືນໄດ້ອອກສູ່ທະເລທາງທິດຕາເວັນອອກຂອງປະເທດນີ້.
ພຽງຢາງ ຍັງບໍ່ທັນຍົກອອກຂໍ້ມູນຂ່າວເປັນທາງການໃດຕໍ່ເຫດຍິງລູກສອນໄຟຫຼ້າສຸດໃນວັນທີ 18 ທັນວາ ນີ້ເທື່ອ.