ສປປ.ເກົາຫຼີ ຮຽກຮ້ອງໃຫ້ອາເມລິກາ ເຈລະຈາດ້ານນິວເຄຼຍ
(VOVWORLD) -ວັນທີ 30 ກັນຍາ, ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ອາເມລິກາດຳເນີນການເຈລະຈານິວເຄຼຍດ້ວຍບັນດາຂໍ້ສະເໜີໃຫມ່ເຊິ່ງພຽງຢາງອາດຈະຍອມຮັບໄດ້.
ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ກ່າວຄຳເຫັນການຖະແຫຼງຂ່າວຢູ່ ນິວຢອກ (ພາບ: TTXVN) |
ກ່າວຄຳເຫັນທີ່ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ທ່ານ Kim Song ໃຫ້ຮູ້ວ່າ ສປປ.ເກົາຫຼີພ້ອມແລ້ວທີ່ຈະໃຫ້ ອາເມລິກາຕັດສິນ ບັນດາການເຈລະຈາລະຫວ່າງສອງປະເທດຈະກາຍເປັນໂອກາດ ຫຼື ເຫດຜົນຂອງການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ທ່ານ Kim Song ຮຽກຮ້ອງໃຫ້ ອາເມລິກາ ປະຕິບັດຖະແຫຼງການຮ່ວມທີ່ບັນລຸໄດ້ພາຍຫຼັງກອງປະຊຸມສຸດຍອດລະຫວ່າງສອງປະເທດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 1 ເມື່ອ ເດືອນມິຖຸນາ 2018 ທີ່ຜ່ານມາ ຢ່າງຄົບຖ້ວນ. ເນື້ອໃນຕົ້ນຕໍຂອງຖະແຫຼງການນີ້ແມ່ນ ຊຸກຍູ້ການພົວພັນໃຫມ່ລະຫວ່າງສອງປະເທດ, ພ້ອມທັງມຸ່ງໄປສູ່ການປອດນິວເຄຼຍໃນແຫຼມເກົາຫຼີ. ທ່ານເອກອັກຄະລັດຖະທູດຖືວ່າ ການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີມີບໍ່ມີຄວາມຄືບໜ້າປານໃດໃນສະພາບການທີ່ ແຫຼມເກົາຫຼີ ຍັງບໍ່ທັນຫຼຸດພົ້ນອອກຈາກສະພາບການທີ່ມີຄວາມເຄັ່ງຕຶງ ແລະ ໄພອັນຕະລາຍທີ່ນັບມື້ນັບເພີ່ມຂຶ້ນ. ທ່ານ Kim Song ກໍ່ຕຳໜິຕິຕຽນ “ນະໂຍບາຍເປັນປໍລະປັກ” ຂອງ ວໍໍຊິງຕັນຕ້ານພຽງຢາງ.
ຖະແຫຼງການຂອງທ່ານ Kim Song ໄດ້ຍົກອອກມາໃນສະພາບການລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄາດວ່າຈະເຊື່ອມຕໍ່ບັນດາການເຈລະຈາຂັ້ນນັກຊ່ຽວຊານກ່ຽວກັບວິວັດການປອດນິວເຄຼຍຄືນໃໝ່ໃນຊຸມອາທິດຈະມາເຖິງ.