( vovworld ) – ວັນທີ 7/4, ລັດຖະບານສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ເລີ່ມຕັ້ງ ດາວທຽມອາວະກາດໃສ່ຖານຍິງຢູ່ເຂດຍິງ Tongchang Ri ຢູ່ແຂວງ Pyongan ເໜືອ, ທາງພາກເໜືອຂອງສປປ.ເກົາຫຼີ. ລັດຖະບານສ.ເກົາຫຼີ ຄາດຄະນະວ່າ ສປປ.ເກົາຫຼີ ອາດຈະດຳເນີນການຍິງດາວທຽມໃນວັນທີ 14/4 ທີ່ຈະມາເຖິງ. ການປະກອບຕິດຕັ້ງດາວທຽມ ແລະ ກະກຽມເຊື້ອໄຟໃຫ້ລູກສອນໄຟຂອງສປປ.ເກົາຫຼີ ຈະສຳເລັດໃນວັນທີ 12/4, ກົງກັບຈຸດເວລາທີ່ພຽງຢ່າງ ປະກາດຖະແຫຼງຈະຍິງດາວທຽມສຳຫຼວດໜ່ວຍໂລກ Kwangmyongsong 3 ດ້ວຍລູກສອນໄຟ Unha 3 ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີ ແຫ່ງວັນຄາຍວັນເກີດຂອງອະດີດປະທານ Kim Il Sung. ກ່ອນໜ້ານັ້ນ, ສປປ.ເກົາຫຼີ ໄດ້ປະກາດຫຼາຍຄັ້ງທີ່ຈະຍິງດາວທຽມ Kwangmyongsong 3 ແຕ່ວັນທີ 12 – 16/4 ເພື່ອແນໃສ່ຮັບໃຊ້ເປົ້າໝາຍຄົ້ນຄວ້າວິທະຍາສາດ, ໂດຍສະເພາະແມ່ນໃນຂົງເຂດພະຍາກອນອາກາດເພື່ອຮັບໃຊ້ການພັດທະນາກະສິກຳ.