ສປປ.ເກົາຫຼີ ໃຫ້ເຕົາປະຕິກອນນິວເຄຼຍ ເຄື່ອນໄຫວຄືນໃໝ່

ສປປ.ເກົາຫຼີ ໃຫ້ເຕົາປະຕິກອນນິວເຄຼຍ ເຄື່ອນໄຫວຄືນໃໝ່ - ảnh 1
ຮາກຖານນິວ​ເຄຼຍ ຂອງ​ສປປ.​ເກົາຫຼີ​ ຢູ່​ເຂດ Yongbyon
(ພາບປະກອບ: Reuters)


(vovworld) - ອົງການ​ສືບ​ລາຊະການ​ລັບ​ແຫ່ງ​ຊາດ​ສ.​ເກົາຫຼີ ຢືນຢັນ​ວ່າ, ​ເຕົາ​ປະຕິ​ກອນນິວ​ເຄຼຍ ຂອງ​ສປປ.​ເກົາຫຼີ​ ຢູ່​ເຂດ Yongbyon, ​ເລີ່​ມເຄື່ອນ​ໄຫວ​ຄືນ​ໃໝ່ ​ແຕ່​ເດືອນ ສິງຫາ. ​ເຕົາ​ປະຕິ​ກອນນິວ​ເຄຼຍ ດັ່ງກ່າວຕັ້ງຫາງ​ຈາກ​ນະຄອນຫຼວງ​ພຽງ​ຢາງ ໄປ​ທາງທິດ​ເໜືອປະມານ 90 ກມ​, ​​ຖືກ​ໃຊ້​ເຂົ້າ​ໃນ​ການຜະລິດ plutoni ​ໃຫ້​ແກ່​ໂຄງການ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ ກ່ອນ​ທີ່​ຖືກ​ອັດ​ປະຕູຕາມ​ຂໍ້​ຕົກລົງ​ໃນ​ການ​ເຈລະຈາ 6 ຝ່າຍ.

        ເມື່ອ​ຕົ້ນ​ເດືອນ ​ເມສາ, ​ໃນ​ສະພາບ​ທີ່​ຄວາມ​ເຄັ່ງ​ຕຶງນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ແຫຼມ​​ເກົາຫຼີ, ພຽງ​ຢາງ ຖະ​ແຫຼ​ງວ່າ ຈະ​​​ໃຫ້​ເຕົາ​ປະຕິ​ກອນນິວ​ເຄຼຍ​ເຄື່ອນ​ໄຫວຄືນ​ໃໝ່. ບັນດາ​ແຫຼ່ງຂ່າວ​ເອກະລາດໄດ້​ໄຈ້​ແຍກ​ຮູບ​ຖາ​ຍຈາກ​ດາວ​ທຽມ​ການ​ຄ້າ​ ​ໂດຍ​ໃຫ້​ຮູ້​ວ່າ ເຕົາປະຕິ​ກອນ​ນິວ​ເຄຼຍດັ່ງກ່າວອາດ​ພວມ​ເຄື່ອນ​ໄຫວຄືນ​ໃໝ່ແຕ່​ຕົ້ນ​ເດືອນ ກັນຍາ.

ຂ່າວ/ບົດ​ອື່ນ