ສປປເກົາຫຼີຊຸກຊຸກຍູ້ປັບປຸງການພົວພັນລະຫວ່າງສເກົາຫຼີແລະສປປເກົາຫຼີ

ສປປເກົາຫຼີຊຸກຊຸກຍູ້ປັບປຸງການພົວພັນລະຫວ່າງສເກົາຫຼີແລະສປປເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ທັງ ສ​ເກົາຫຼີ​ ແລະ​ ສປປ​ເກົາຫຼີ ຕ້ອງ​ເຄົາລົບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ໃນ​ການ​ພົບ​ປະ​ຫວ່າງ​ແລ້ວ​ນີ້ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ ສ​ເກົາຫຼີ​ ແລະ​ ສປປ​ເກົາຫຼີ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ເລຂາ​ພັກ​ແຮງ​ງານສປປ​ເກົາຫຼີ ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ນະ​ໂຍບາຍ​ສຳລັບ​ສ​ເກົາຫຼີ, Kim Yang Gon ທີ່​ຍົກ​ອອກ​ມາ​ໃນ​ວັນ​ທີ 27/8 ຕໍ່​ສຳນັກ​ຂ່າວສານ​ສູນ​ກາງ​ສປປເກົາຫຼີ KCNA . ທ່ານ Kim Yang Gon ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົບ​ປະ​ຫວ່າງ​ແລ້ວ​ນີ້​ ລະຫວ່າງ ສ​ເກົາຫຼີ​ ແລະ​ ສປປ​ເກົາຫຼີ, ​ເຊິ່ງ​ໄດ້​ຊ່ວຍ​ຫຼຸດຜ່ອນ​ສະພາບ​ເຄັ່ງ​ຕຶງ ກໍ່​ຄື​ສ້າງ​ກາລະ​ໂອກາດ​ເພື່ອ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ, ​ແນ​ໃສ່​ບັນລຸ​ໄດ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ໄກ່​ເກ່ຍປອງ​ດອງ​ຊາດ ​ແລະ ການ​ຮ່ວມ​ມື​ລະຫວ່າງ ສ​ເກົາຫຼີ​ ແລະ​ ສປປ​ເກົາຫຼີ. ທ່ານ​ເນັ້ນ​ໜັກ​ວ່າ, ສອງ​ຝ່າຍ​ຄວນ​ຖື​ເປັນ​ສຳຄັນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ, ຊຸກຍູ້​ການ​ພົວພັນ​ລະຫວ່າງ ສ​ເກົາຫຼີ​ ແລະ​ ສປປ​ເກົາຫຼີ​ກວ່າ​ອີກ ​ເພື່ອ​ເປັນ​ເອກະ​ພາບ. ນອກ​ນັ້ນ, ທ່ານ​ກໍ່​ຖື​ວ່າ, ສອງ​ຝ່າຍ​ຄວນ​ມຸ່ງ​ໄປ​ສູ່​ອະນາຄົດ ​ແລະ ຮ່ວມ​​ແຮງ​ຮ່ວມ​ໃຈ​ປັບປຸງ​ການ​ພົວພັນ.

ຂ່າວ/ບົດ​ອື່ນ