ສປປ.ເກົາຫຼີຍິງລູກສອນໄຟໃນຂະນະທີ່ຫາງສຽງໂລກຄັດຄ້ານບັນດາມາດຕະການລົງໂທດລຳພັງຝ່າຍດຽວຕ້ານສປປ.ເກົາຫຼີ
ການນຳ ສປປ ເກົາຫຼີ ສັງເກດການຍິງລູກສອນໄຟ
(ພາບ: KCNA)
|
(vovworld) – ວັນທີ 18/3, ສຳນັກຂ່າວສານ Yonhap ຂອງ ສ. ເກົາຫຼີ ໄດ້ໃຫ້ຂ່າວວ່າ: ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີໃສ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ ດ້ວຍໄລຍະໄກໄດ້ປະມານ 800 ກມ. ການກະທຳດັ່ງກ່າວເກີດຂຶ້ນພາຍຫຼັງການນຳ ສປປ ເກົາຫຼີ Kim Jong Un ອອກຄຳສັ່ງດຳເນີນບັນດາເຫດໂທດລອງນິວເຄຼຍ ແລະ ຫົວລູກສອນໄຟນິວເຄຼຍພຽງ 2, 3 ວັນ. ປະຈຸບັນ, ຄວາມເຄັ່ງຕຶງພວມເພີ່ມຂຶ້ນໃນແຫຼມ ເກົາຫຼີ ດ້ວຍເລື່ອງ ພຽງຢາງ ສືບຕໍ່ທ້າທາຍມະຕິລົງໂທດຫຼ້າສຸດຂອງສະພາຄວາມໝັ້ນຄົງ ສປຊ, ເຊິ່ງໄດ້ຮັບການຮັບຮອງເອົາໃນຕົ້ນເດືອນນີ້ ເພື່ອແນໃສ່ໂຕ້ຕອບເລື່ອງ ສປປ ເກົາຫຼີ ໂທດລອງ ນິວເຄຼຍ ແລະ ຍິງດາວທຽມ ເຊິ່ງຝ່າຍຕາເວັນຕົກ ຖືວ່ານັ້ນແມ່ນເຫດທົດລອງລູກສອນໄຟໄລຍະໄກເມື່ອເດືອນກ່ອນ. ໃນການກະທຳທີ່ກ່ຽວຂ້ອງ, ອາເມລິກາ, ສ. ເກົາຫຼີ ໄດ້ປະກາດຄຳສັ່ງຈັດວາງບັນດາມາດຕະການລົງທົດພຽງລຳພັງຝ່າຍດຽວຕ້ານ ສປປ ເກົາຫຼີ ແນໃສ່ຂະແໜງເສດຖະກິດຂອງປະເທດນີ້.
ໃນຂະນະນັ້ນ, ວັນທີ 17/3, ລັດເຊຍ ແລະ ຈີນ ກໍ່ອອກສຽງຄັດຄ້ານບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວຂອງ ອາເມລິກາ ຕ້ານຄືນ ສປປ ເກົາຫຼີ.