ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ 5 ລູກລົງເຂດທະເລຍີ່ປຸ່ນ

ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ 5 ລູກລົງເຂດທະເລຍີ່ປຸ່ນ - ảnh 1
(ພາບປະກອບ: EPA)

(vovworld) – ສຳນັກ​ຂ່າວສານ Yonhap ຂອງ​ສ.​ເກົາຫຼີ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ສະພາ​​ເສນາ​ທິການທະຫານ​ປະສົມ​ສ.​ເກົາຫຼີ ​ໂດຍ​ໃຫ້​ຮູ້​ວ່າ, ​ໃນ​ຕອນ​ບ່າຍ​ວັນ​ທີ 08/02, ສປປ.​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ 5 ລູກ, ​ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນດາ​ລູກ​ສອນ​ໄຟ​ຍຸດທະວິທີ ລົງ​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້ (ທະ​ເລ​ຍີ່ປຸ່ນ). ລູກ​ສອນ​ໄຟ 5 ລູກ ​ໄດ້​ຍິງ​ຕາມ​ທິດຕາ​ເວັນ​ອອກສຽງ​ເໜືອ ​ໃນ​​​​ເວລາ​ແຕ່ 16 ​ໂມງ 20 ນາທີ ຫາ 17 ​ໂມງ 10 ນາທີ (ຕາມ​ເວລາ​ທ້ອງ​ຖິ່ນ) ຈາກ​ເຂດ Wonsan, ​ທາງ​ທິດຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້. ຄາດ​ວ່າ, ບັນດາ​ລູກ​ສອນ​ໄຟ​ດັ່ງກ່າວ​ບິນ​​ໄດ້ປະມານ 200 ກມ, ກ່ອນ​ທີ່​ຕົກລົງ​ທະ​ເລ. ປະຈຸ​ບັນ, ກອງທັບ​ສ.​ເກົາຫຼີ ພວມ​ຕິດຕາມ​ຄວາມ​ສາມາດ​ຍິງ​ລູກ​ສອນ​ໄຟ​ຕື່ມ​ອີກຂອງ ສປປ.​ເກົາຫຼີ ຈະ​.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 07/02, ສປປ.​ເກົາຫຼີ ຖະ​ແຫຼ​ງວ່າ ຫວ່າງ​ແລ້ວ​ນີ້​ໄດ້​ທົດ​ລອງ “ລູກ​ສອນ​ໄຟ​ຕ້ານກຳ​ປັ່ນ​ຮົບຢ່າງ​ຊັດ​ເຈັນ”. ຄາດ​ວ່າ, ລູກ​ສອນ​ໄຟ​ດັ່ງ​ກ່າວ​ຈະ​​ປະກອບ​ໃຫ້​ບັນດາ​ກົມ​ກອງ ​ກອງທັບ​ເຮືອ​ສປປ.​ເກົາຫຼີ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ການ​ນຳ​ສປປ.​ເກົາຫຼີ ທ່ານ Kim Jong un.

ຂ່າວ/ບົດ​ອື່ນ