(ພາບປະກອບຈາກ KCNA) |
(vovworld) – ວັນທີ 4/4, ສື່ສານ ສ. ເກົາຫຼີ ໃຫ້ຂ່າວວ່າເມື່ຶອອາທິດຜ່ານມາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໜ້າດິນຕ້ານເທິງອາກາດ 3 ລູກໃສ່ເຂດທະເລຕາເວັນອອກຂອງປະເທດນີ້, ຫາກບໍ່ແມ່ນລູກດຽວຄືໄດ້ແຈ້ງກ່ອນນັ້ນຂອງກອງທັບ ສ. ເກົາຫຼີ. ສຳນັກຂ່າວສານ Yonhap ຂອງ ສ. ເກົາຫຼີ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ການທະຫານຂອງປະເທດນີ້ຍອມຮັບວ່າ: “ວັນທີ 1/4, ສປປ ເກົາຫຼີ ໄດ້ຍິງລູກສອນໄຟໜ້າດິນຕ້ານເທິງອາກາດ 3 ລູກຈາກເຂດ Hamgyong ໃຕ້”. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ພຽງຢາງ ໄດ້ຍິງລູກສອນໄຟໜ້າດິນຕ້ານເທິງອາກາດ 2 ລູກ ພາຍຫຼັງລູກສອນໄຟທີໜຶ່ງຖືກຍິງໃນເວລາປະມານ 12 ໂມງ 45 ນາທີຂອງວັນທີ 1/4 ຈາກແຂວງ Hamgyong ໃຕ້ ຄືດັ່ງຫົວໜ້າສະພາເສນາທິການກຳລັງທະຫານປະສົມ ສ. ເກົາຫຼີ ໄດ້ປະກາດໃນວັນດຽວກັນ.