(vovworld) – ວັນທີ 07/02, ຊ່ອງໂທລະພາບສູນກາງສປປ.ເກົາຫຼີ (KCTV) ໃຫ້ຂ່າວວ່າ, ສປປ.ເກົາຫຼີ ໄດ້ຍິງດາວທຽມ Kwangmyongsong – 4 ສຳເລັດຜົນ. ຕາມນັ້ນແລ້ວ, ການຍິງດາວທຽມ ໂດຍການນຳສປປ.ເກົາຫຼີ Kim Jong Un ອອກຄຳສັ່ງດຳເນີນການປະຕິບັດໃນວັນທີ 06/02 “ໄດ້ນຳດາວທຽມສັງເກດໜ່ວຍໂລກ Kwangmyongsong – 4 ເຂົ້າວົງໂຄຈອນ”. KCTV ກໍຢືນຢັນວ່າ, ພຽງຢາງ ຈະສືບຕໍ່ຍິງດາວທຽມຕື່ມອີກໃນອະນາຄົດ.