ສປປເກົາຫຼີມີລັດຖະມົນຕີວ່າການກະຊວງປ້ອງກັນປະເທດຄົນໃໝ່
(ພາບປະກອບ: Yonhap)
(vovworld) - ວັນທີ 11/7, ສປປເກົາຫຼີ ໄດ້ບົ່ງຕົວນາຍພົນ Pak Yong-sik ເປັນ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຄົນໃໝ່ຂອງປະເທດນີ້. ນີ້ແມ່ນເທື່ອທຳອິດທີ່ ສປປ ເກົາຫຼີ ຮັບຮອງການປ່ຽນແທນບຸກຄະລາກອນ ພາຍຫຼັງເຫດປົດຕຳແໜ່ງຂອງ ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ Hyon Yong-chol ເມື່ອເດືອນ 4/2015. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ເອີ້ນທ່ານ Pak Yong-sik ແມ່ນ “ຫົວໜ້າກະຊວງບັນດາກຳລັງປະກອບອາວຸດປະຊາຊົນ (ເທົ່າກັບ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ“