ທະຫານສປປ ເກົາຫຼີ ເວັນຍາມລູກສອນໄຟ
(ພາບ:AFP)
(VOV)- ວັນທີ 9/12, ສຳນັກຂ່າວານ Yonhap ຂອງ ສເກົາຫຼີ ໄດ້ໃຫ້ຂ່າວວ່າ: ສປປ ເກົາຫຼີ ໄດ້ຢຸດຕິທຸກການເຄື່ອນໄຫວກະກຽມໃຫ້ແກ່ການຍິງລູກສອນໄຟໄລຍະໄກໂດຍຊົ່ວຄາວ ຊື່ງຄາດວ່າຈະດຳເນີນໃນເດືອນນີ້. ສຳນັກຂ່າວສານດັ່ງກ່າວໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງໃນລັດຖະບານສເກົາຫຼີ ໂດຍໃຫ້ຮູ້ວ່າ: ສປປ ເກົາຫຼີ ພວມຊັ່ງຊາການດັດປັບເວລາດຳເນີນການຍິງລູກສອນໄຟຍ້ອນບັນດາບັນຫາເຕັກນິກ. ແຫຼ່ງຂາວດັ່ງກ່າວຢັ້ງຢືນວ່າໄດ້ຄົ້ນພົບບັນດາສັນຍານຜິດປົກກະຕິນັບແຕ່ຕອນບ່າຍວັນທີ 8/12 ແຕ່ບໍ່ໃຫ້ຮູ້ລາຍລະອຽດ. ຕາມແຜນການໄດ້ຮັບການປະກາດເມື່ອຕົ້ນເດືອນ 12/2012, ພຽງຢາງ ຄາດວ່າຈະຍິງລູກສອນໄຟນຳດາວທຽມສັງເກດໜ່ວຍໂລກ Kwangmyungsang-3 ຈາກຖານຍິງລູກສອນໄຟ Tongchang-ri ໃນໄລຍະເວລາແຕ່ວັນທີ 10-22/12. ໃນຂະນະນັ້ນ, ສປປ ເກົາຫຼີ ຢັ້ງຢືນວ່າແຜນການນີ້ແມ່ນເພື່ອຈຸດປະສົງສັນຕິພາບ, ຄົ້ນຄ້ວາວິທະຍາສາດ ແລະ ຈະປະຕິບັດຕາມບັນດາຂໍ້ກຳນົດສາກົນທີ່ກ່ຽວຂ້ອງ. ສ່ວນອາເມລິກາ ແລະ ບັນດາພັນທະມິດພັດຖືວ່າ: ກໍ່ເຊັ່ນດຽວກັນກັບການຍິງດາວທຽມທີ່ຖືກປະລາໄຊເມື່ອເດືອນ 4/2012 ຜ່ານມາ, ນີ້ອາດຈະແມ່ນການທົດລອງລູກສອນໄຟນຳວິຖີຂ້າມຜ່ານທະວີບທີ່ສາມາດນຳຫົວນິວເຄຼຍ.