ສປປ.ເກົາຫຼີໄດ້ຍິງລູກສອນໄຟຕິດປີກຫຼາຍລູກອອກສູ່ທະເລເຫຼືອງ
(VOVWORLD) - ສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ໄດ້ຄັດສະເໜີແຫຼ່ງຂ່າວຈາກກອງທັບປະເທດນີ້ ທີ່ໄດ້ປະກາດໃນວັນທີ 22 ກໍລະກົດວ່າ ຕອນ 4 ໂມງເຊົ້າ ສປປ.ເກົາຫຼີໄດ້ຍິງລູກສອນໄຟຕິດປີກຫຼາຍລູກອອກສູ່ທະເລ ເຫຼືອງ.
ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ (ພາບ: KCNA) |
ແຈ້ງການຂອງສະພາເສນາທິການໃຫຍ່ ກອງທັບຮ່ວມສຳພັນ ສ.ເກົາຫຼີ (JCS) ໄດ້ເນັ້ນໜັກວ່າ ບັນດາອົງການສືບລາຊະການລັບຂອງ ສ.ເກົາຫຼີ ແລະ ອາເມລິກາ ພວມໄຈ້ແຍກບັນດາເຫດຍິງລູກສອນໄຟນີ້ເພື່ອຊອກຮູ້ຕື່ມອີກກ່ຽວກັບລູກສອນໄຟຊະນິດຕ່າງໆທີ່ໄດ້ຍິງ ແລະ ບັນດາຂໍ້ມູນລະອຽດອື່ນ.
ເຫດຍິງລູກສອນໄຟດັ່ງກ່າວໄດ້ດຳເນີນພາຍຫຼັງ 3 ວັນ ເມື່ອສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນອອກສູ່ທະເລທາງທິດຕາເວັນອອກ.