ສປປ.ເກົາຫຼີໄດ້ດຳເນີນເຫດຍິງທົດລອງລູກສອນໄຟ

ສປປ.ເກົາຫຼີໄດ້ດຳເນີນເຫດຍິງທົດລອງລູກສອນໄຟ - ảnh 1
ປະຊາຊົນ ສ ເກົາຫຼີ ເບິ່ງຂ່າວກ່ຽວກັບເຫດຍິງທົດລອງລູກສອນໄຟ ຢູ່ສະຖານີລົດໄຟແຫ່ງໜຶ່ງ
(ພາບ:ສຳນັກຂ່າວສານຫວຽດນາມ/ສຳນັກຂ່າວສານຊິນຮວາ)

(vovworld) – ສຳນັກ​ຂ່າວສານ Yonhap ຂອງ ສ ​ເກົາຫຼີ ​ໄດ້​ໃຫ້​ຂ່າວ​ວ່າ: ສປປ ​ເກົາຫຼີ ​ໄດ້​ດຳ​ເນີນ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ຈາກ​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ, ​​ໃນ​ຮຸ່ງ​ເຊົ້າ​ວັນ​ທີ 22/6, ​ແຕ່​ເຫດ​ຍິງ​ທົດ​ລອງ​ນີ້​ເກືອບ​ຄື​ວ່າ​ຖືກ​ປະລາ​ໄຊ. ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ ​ໄດ້​ປະຕິ​ເສດການ​ຮັບ​ຮູ້​ປະ​ເພດ​ລູກ​ສອນ​ໄຟ​ທີ່ ສປປ ​ເກົາຫຼີ ຫາ​ກໍ່​ຍິງ​ນັ້ນ, ​ແຕ່​ກ່ອນ​ນັ້ນ​ໜຶ່ງ​ວັນ, ທັງ ສ. ​ເກົາຫຼີ ​ແລະ ຍີ່ປຸ່ນ ລ້ວນ​ແຕ່​ກ່າວ​ເຕືອນ​ຄວາມ​ສາມາດ​ຂອງພຽງ​ຢາງ ກະກຽມ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໄລຍະ​ກາງ Musudan. ນອກຈາກ​ນັ້ນ, ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ ກໍ່​ກ່າວ​ເຕືອນ​ວ່າຈະ​ມີ​ການກະທຳ​ຢູ່​ໃນ​ລະດັບ​ສາກົນ ຖ້າຫາກ ສ. ​ເກົາຫຼີ ປະຕິບັດ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ລະ​ເມີດ​ບັນດາ​ມະ​ຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຕື່​ມອີກ.


ຂ່າວ/ບົດ​ອື່ນ