ສົມທົບກັບສື່ມວນຊົນຢ່າງແໜ້ນແຟ້ນເພື່ອໂຄສະນາກ່ຽວກັບວຽກງານກໍ່ສ້າງພັກ

(VOVWORLD) -ຕອນບ່າຍວັນທີ 15 ມິຖຸນາ, ວາລະສານກໍ່ສ້າງພັກ (ຄະນະຈັດຕັ້ງສູນກາງ) ໄດ້ຈັດການພົບປະກັບບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2017) ແລະ ສືບຕໍ່ຜັນຂະຫຍາຍລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ - ລາງວັນ ຄ້ອນຕີ ກ່ຽວຄຳ ຄັ້ງທີ 2 ປີ 2017.
ສົມທົບກັບສື່ມວນຊົນຢ່າງແໜ້ນແຟ້ນເພື່ອໂຄສະນາກ່ຽວກັບວຽກງານກໍ່ສ້າງພັກ - ảnh 1(ພາບປະກອບ: TTXVN)

ທ່ານ ຟ້າມມິງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະຊີ້ນຳລາງວັນຄ້ອນຕີ ກ່ຽວຄຳ ເຂົ້າຮ່ວມການພົບປະ. ນະທີ່ນີ້, ທ່ານ ຮອງຫົວໜ້າຄະນະຈັດຕັ້ງສູນກາງ ມາຍວັນຈິ໋ງ ສະເໜີໃຫ້ບັນດາອົງການເສນາທິການຂອງພັກ ເປັນເຈົ້າການ ແລະ ຕັ້ງໜ້າຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳຕົວຈິງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ລະອຽດກັບສື່ມວນຊົນ, ຊ່ວຍໃຫ້ຜູ້ເຮັດວຽກງານສື່ມວນຊົນໂຄສະນາກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢ່າງແທດຈິງ ແລະ ມີປະສິດທິຜົນ … ຖັນແຖວບັນດາຜູ້ເຮັດວຽກງານສື່ມວນຊົນສືບຕໍ່ລົງເລິກເຂົ້າພຶດຕິກຳຕົວຈິງເພື່ອຄົ້ນພົບ, ໂຄສະນາ, ສ້າງກຳລັງແຜ່ລາມໃຫ້ນັບມື້ນັບໃຫຍ່ຫຼວງກວ່າໃນສັງຄົມບັນດາປັດໃຈໃໝ່, ບັນດາແບບຢ່າງທີ່ດີເດັ່ນກ້າວໜ້າມີຄວາມໝາຍສຳຄັນໃນວຽກງານສຶກສາດ້ານການເມືອງ, ແນວຄິດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ