ສື່ມວນຊົນ ລາວ ຕີລາຄາສູງການຮ່ວມມື, ຊ່ວຍເຫຼືອອັນລຳ້ຄ່າ ແລະ ມີປະສິດທິຜົນຂອງ ຫວຽດນາມ

ສື່ມວນຊົນ ລາວ ຕີລາຄາສູງການຮ່ວມມື, ຊ່ວຍເຫຼືອອັນລຳ້ຄ່າ ແລະ ມີປະສິດທິຜົນຂອງ ຫວຽດນາມ - ảnh 1
ພາບປະກອບ

(vovworld) –  ໜັງ​ສື​ພິມ ປະຊາຊົນ, ​ສຽງ​ຂອງ​ພັກ​ປະຊາຊົນ ປະຕິວັດ ລາວ, ສະບັບ​ອອກ​ວັນ​ທີ 18/7, ​ໄດ້​ອອກ​ບົດ​ນຳ​ເນື່ອງ​ໃນ​ໂອກາດ​ສະ​ເລີມ​ສະຫຼອງ​ 36 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ (18/7/1977 – 18/7/2013), ດ້ວຍ​ຫົວ​ຂໍ້​ວ່າ: “ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ”. ບົດ​ນຳ​ໄດ້​ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ໃນ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ, ພິ​ເສດ​ແມ່ນ​ພິທີ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ປັກ​ຫຼັກ​ໝາຍຊາຍ​​ແດນ ລາວ - ຫວຽດນາມ ​ໃນ​ພື້ນ​ທີ່​ຕົວ​ຈິງ​ເມື່ອ​ວັນ​ທີ 9/7 ຜ່ານ​ມາ ​ແລະ ຊີ້​ແຈ້ງວ່າ: ປະຊາຊົນ ລາວ ຮູ້​ບຸນຄຸນ​​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ອ້າຍ​ນ້ອງ​ທີ່​ສະຫງວນ​ໃຫ້​ແກ່​ພາລະກິດ​ຕໍ່ສູ້, ກູ້​ຊາດ​ກ່ອນ​ນີ້, ກໍ່​ຄື​ພາລະກິດ​ປົກປັກ​ຮັກສາລະບອບ ​ແລະ ສ້າງສາ, ພັດທະນາ ປະ​ເທດຊາດຂອງ​ປະຊາຊົນ​ລາວ ບັນດາ​ເຜົ່າ​ໃນ​ປະຈຸ​ບັນ. ໜັງສືພິມ ປະຊາຊົນ ກໍ່​ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ລາວ ອອກ​ແຮງ​ເພື່ອ​ເພີ່ມ​ທະວີ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ ​ແລະ ຫວຽດນາມ ໝັ້ນຄົງ​ຂະໜົງແກ່ນ​ຕະຫຼອດ​ໄປ.

ຂ່າວ/ບົດ​ອື່ນ