ສື່ມວນຊົນ ສປປ ເກົາຫຼີ ຕຳໜິຕິຕຽນ ສ.ເກົາຫຼີ ທີ່ໄດ້ປຶກສາຫາລືກ່ຽວກັບການນາບຂູ່ນິວເຄຼຍກັບອາເມລິກາ
(VOVWORLD) - ວັນທີ 21 ກັນຍາ, Meari, ສື່ອອນລາຍໂຄສະນາຂອງ ສປປ ເກົາຫຼີ ໄດ້ມີບົດຂຽນຕຳໜິຕິຕຽນ ສ ເກົາຫຼີ ຍ້ອນໄດ້ດຳເນີນການໂອ້ລົມສົນທະນາປ້ອງກັນຊາດລວມ ສ ເກົາຫຼີ-ອາເມລິກາ (KIDD) ຄັ້ງທີ 18 ເມື່ອເດືອນຕົ້ນກັນຍາຜ່ານມາ ກ່ຽວກັບການນາບຂູ່ນິເຄຼຍ ແລະ ບັນດາໄພນາບຂູ່ລູກສອນໄຟຈາກ ສປປ ເກົາຫຼີ.
ສປປເກົາຫຼີ ຍິງລູກສອນໄຟນຳວິຖີເມື່ອວັນທີ 25/7 (ພາບ: KCNA)
|
ສື່ອອນລາຍ Meari ໄດ້ຂຽນວ່າ: “ຍຸດທະສາດການນາບຂູ່ຂອງອາເມລິກາ ແລະ ສ ເກົາຫຼີ ແມ່ນຍຸດທະສາດສົງຄາມນິວເຄຼຍ ທີ່ອັນຕະລາຍທີ່ສຸດ ດ້ວຍແຜນການບຸກໂຈມຕີ ສປປ ເກົາຫຼີ ດ້ວຍອາວຸດນິວເຄຼຍ ແລະ ທຸກພາຫະນະການທະຫານອື່ນໆ” ແລະ ຖືວ່າ “ນີ້ແມ່ນການກະທຳທີ່ຂາດຄວາມລະມັດລະວັງ, ສາມາດເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ ຂະນະທີ່ໄດ້ດຳເນີນໄປກົງກັບເວລາສະພາບການໃນແຫຼມເກົາຫຼີ ນັບມື້ນັບຊົ່ວຮ້າຍລົງ”.
ບົດຂຽນຍັງກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງກ່ວາ ຖ້າຫາກວ່າ ເຊີອູນ ສືບຕໍ່ມີ “ການກະທຳດ້ານການທະຫານທີ່ຂາດຄວາມລະມັດລະວັງ”.