ສື່ມວນຊົນກຳປູເຈຍຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຮອບດ້ານກັບຫວຽດນາມ
ທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ
Samdech Techno Hun Sen ຢ້ຽມຢາມ ຫວຽດນາມຢ່າງເປັນທາງການ
(vovworld) - ບັນດາພາຫະນະສື່ມວນຊົນ ກຳປູເຈຍ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 20-21/12 ຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech Techno Hun Sen, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ໜັງສືພິມລາຍວັນ “Rasmei Kampuchea“ ລັດສະໝີ ກຳປູເຈຍ ມີບົດຂຽນ “ກຳປູເຈຍ ແລະ ຫວຽດນາມສືບຕໍ່ພັດທະນາສາຍພົວພັນມິດຕະພາບ, ມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ“. ບົດຂຽນເນັ້ນໜັກວ່າ, ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ກຳປູເຈຍ - ຫວຽດນາມ. ປະຊາຊົນ ກຳປູເຈຍຈະເປັນເພື່ອນມິດຖານບ້ານໃກ້ເຮືອນຄຽງ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບປະຊາຊົນ ຫວຽດນາມ ຕະຫຼອດໄປ. ກຳປູເຈຍ ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຖານບ້ານໃກ້ເຮືອນຄຽງອັນດີງາມ ກຳປູເຈຍ - ຫວຽດນາມ.
ສ່ວນໜັງສືພິມ ກຳປູເຈຍໃໝ່ ກໍ່ໄດ້ລົງພິມເນື້ອໃນແຈ້ງການຂອງກະຊວງການຕ່າງປະເທດ ກຳປູເຈຍ ກ່ຽວກັບການຢ້ຽມຢາມ ແລະ ພາກສ່ວນຄະນະຜູ້ແທນຂັ້ນສູງຂອງລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ, ໂດຍທ່ານນາຍົກລັດຖະມົນຕີ Hun Sen ນຳໜ້າ. ບົດໜັງສືພິມເນັ້ນໜັກວ່າ, ນອກຈາກການຢ້ຽມຢາມ, ການພົບປະ ແລະ ເຈລະຈາກັບບັນດາການນຳຂັ້ນສູງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Hun Sen ຍັງມີການພົບປະກັບສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ການນຳນະຄອນ ໂຮ່ຈີມິນ, ບັນດານັກຮົບເກົ່າ ຫວຽດນາມ ພ້ອມດ້ວຍຄອບຄົວອີກ.