ສື່ມວນຊົນຈີນໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງຢູ່ກອງປະຊຸມຂັ້ນສູງອາເປັກ
ໜັງສືພິມເຢິນໝິນຈືປາວໃຫ້ຂ່າວກ່ຽວກັບການ
ເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງ
(ພາບ: vov)
(vovworld)- ໃນຊຸມມື້ຜ່ານມາ, ສື່ມວນຊົນຈີນ ໄດ້ໃຫ້ຂ່າວຫຼາຍກ່ຽວກັບການເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງ ໄປໄລຍະຢູ່ນະຄອນຫຼວງປັກກິງ ປະເທດຈີນ ເຂົ້າຮ່ວມກອງປະຊຸມຂັ້ນສູງອາເປັກ 2014. ພາຍຫຼັງທີ່ທ່ານປະທານປະເທດເຈືອງເຕີນຊາງ ມາຮອດນະຄອນຫຼວງປັກກິ່ງ ເມື່ອວັນທີ 9/11, ໜັງສືພິມຕ່າງໆຂອງຈີນ ໄດ້ພ້ອມກັນລົງພິມຂ່າວ ແລະ ຮູບພາບທ່ານປະທານປະເທດເຈືອງເຕີນຊາງ ມາຢ້ຽມຢາມຈີນ, ເລີ່ມຕົ້ນການເຄື່ອນໄຫວສຳຄັນຕ່າງໆໃນໄລຍະຢູ່ປັກກິງ ເປັນເວລາ 3 ວັນ. ໂທລະພາບສູນກາງຈີນ, ວິທະຍຸກະຈາຍສຽງສາກົນຈີນ, ສຳນັກຂ່າວສານຊີນຮວາ, ໜັງສືພິມເຢິນໝິນຈືປາວ…..ລ້ວນແຕ່ໄດ້ສ່ອງແສງການເຈລະຈາລະຫວ່າງທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິນຜິງ. ສື່ມວນຊົນຈີນ ຍັງຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິນຜິງ ໂດຍຢືນຢັນວ່າ: ພັກ, ລັດຖະບານຈີນ ຖືການພົວພັນກັບຫວຽດນາມ ເປັນສຳຄັນ ແລະ ປາດຖະໜາຢາກໃຫ້ການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ພັດທະນາຢ່າງຕັ້ງໜ້າ. ຈີນ ໃຫ້ຄຳໝັ້ນສັນຍາຈະເດັດດ່ຽວຜ່ານການເຈລະຈາເພື່ອແກ້ໄຂບັນຫາບົນທະເລ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ຮັກສາຄວາມໝັ້ນຄົງບົນທະເລ ແລະ ຮັກສາການພົວພັນສອງຝ່າຍ./.