ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດເຈີ່ນດ້າຍກວາງ

(VOVWORLD) -ວັນທີ 30 ພຶດສະພາ, ສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ.

ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດເຈີ່ນດ້າຍກວາງ - ảnh 1 ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດເຈີ່ນດ້າຍກວາງ

(ພາບ: TTXVN)

ສຳນັກກະຈາຍສຽງ - ໂທລະພາບ NHK ຂອງຍີ່ປຸ່ນ ໃຫ້ຮູ້ວ່າ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພວມຢ້ຽມຢາມຍີ່ປຸ່ນ ເປັນຄັ້ງທຳອິດ ໃນຖານະຕຳແໜ່ງເປັນແຂກຜູ້ທີ່ມີກຽດລະດັບຊາດໃນລະຫວ່າງວັນທີ 29 ພຶດສະພາ ຫາວັນທີ 02 ມິຖຸນາ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມແຂວງ Gunma ແລະ ຕ້ອນຮັບຜູ້ວ່າການລັດແຂວງ Masaki Osawa. NHK ໄດ້ຄັດຄຳເວົ້າຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ການພົວພັນປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງ Gunma ຈະສວມບົດບາດໃຫຍ່ຫຼວງເຂົ້າໃນການພັດທະນາການພົວພັນແລກປ່ຽນລະຫວ່າງ 2 ປະເທດ.

      ໃນຂະນະນັ້ນ, ໜັງສືພິມໂຕກຽວ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມໂຮງງານ Koganei” ເຊິ່ງໃຫ້ຮູ້ວ່າ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມາຢ້ຽມຢາມໂຮງງານ Koganei Seiki Co ແລະ ໂອ້ລົມສົນທະນາຢ່າງໃກ້ຊິດສະໜິດສະໜົມກັບບັນດາພາລະກອນຫວຽດນາມ ທີ່ເຮັດວຽກຢູ່ໂຮງງານ. ໜັງສືພິມໄດ້ຄັດຄຳເວົ້າຂອງຜູ້ວ່າການລັດ Osawa ໃຫ້ຂໍ້ສັງເກດວ່າ “ຫວຽດນາມ ແມ່ນປະເທດທີ່ໃກ້ຊິດສະໜິດສະໜົມ”, ພ້ອມທັງສະແດງຄວາມ “ປາດຖະໜາໃຫ້ການພົວພັນອັນດີງາມກັບຫວຽດນາມ ຈະນັບມື້ນັບເລິກເຊິ່ງກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ