(VOVWORLD) - ປີນີ້, ບັນດາອົງການສື່ມວນຊົນຕ້ອງສຸມໃສ່ການໂຄສະນາເຜີຍແຜ່ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ ໃຫ້ເປັນຢ່າງດີ; ມີຄວາມຕັດສິນໃຈຢ່າງສູງ ເພື່ອສ້າງພື້ນຖານສື່ມວນຊົນ “ທີ່ເປັນມືອາຊີບ, ວັດທະນະທຳມະນຸດ ແລະ ທັນສະໄໝ”.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນ |
ຕອນເຊົ້າວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດກອງປະຊຸມແລກປ່ຽນວຽກງານສື່ມວນຊົນຕົ້ນລະດູບານໃໝ່ປີມະໂລງ 2024. ທີ່ກອງປະຊຸມ, ທ່ານ ຕົງວັນແທງ, ຫົວໜ້າກົມສື່ມວນຊົນ - ພິມຈຳໜ່າຍ, ຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາສື່ສິ່ງພິມ, ລາຍການກະຈາຍສຽງ, ໂທລະພາບໃນໂອກາດບຸນປີໃໝ່ປະຈຳຊາດ ມະໂລງ 2024 ໄດ້ລົງທຶນຢ່າງລະອຽດ, ສົມກຽດ, ຮູບການສະແດງມີຄວາມເປັນເອກະລັກສະເພາະ; ເນື້ອໃນເລິກເຊິ່ງ, ອຸດົມສົມບູນ ແລະ ມີຄຸນນະພາບ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຖືວ່າ:
“ຄວາມຮຽກຮ້ອງຕ້ອງການສຳລັບບັນດາອົງການສື່ມວນຊົນນັບມື້ນັບຫຼາຍຂຶ້ນ, ການແກ້ງແຍ້ງກໍນັບມື້ນັບດຸເດືອດກວ່າ ດ້ວຍສື່ສັງຄົມອອນໄລ. ດັ່ງນັ້ນ, ພວກເຮົາຕ້ອງມີວິທີເຮັດໃໝ່, ແນວຄວາມຄິດໃໝ່ເພື່ອຜະລິດອອກບັນດາຜົນງານທີ່ດີ, ຈັບອົກຈັບໃຈ ແລະ ແກ້ງແຍ້ງກວ່າ”.
ກໍ່ຢູ່ທີ່ກອງປະຊຸມ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫງວຽນຈ້ອງເຫງຍ ກໍຊີ້ແຈ້ງວ່າ: ປີນີ້, ບັນດາອົງການສື່ມວນຊົນຕ້ອງສຸມໃສ່ການໂຄສະນາເຜີຍແຜ່ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ ໃຫ້ເປັນຢ່າງດີ; ມີຄວາມຕັດສິນໃຈຢ່າງສູງ ເພື່ອສ້າງພື້ນຖານສື່ມວນຊົນ “ທີ່ເປັນມືອາຊີບ, ວັດທະນະທຳມະນຸດ ແລະ ທັນສະໄໝ”.