ສື່ມວນຊົນຝຣັ່ງແລະສາກົນໃຫ້ຂ່າວກ່ຽວກັບຄວາມມັກໃຫຍ່ໄຟສູງຂອງຈີນໃນການກໍ່ສ້າງເກາະຢູ່ເຈື່ອງຊາ
Thai Duong, ນັກຂ່າວVOVປະຈຳຝຣັ່ງ -  
(ພາບປະກອບຈາກ AP)
|
(vovworld) – ຊຸມວັນຜ່ານມາ, ສື່ມວນຊົນ ຝຣັ່ງ ແລະ ສາກົນໄດ້ໃຫ້ຂ່າວ, ບົດທີ່ກ່ຽວຂ້ອງເຖິງເລື່ອງ ຈີນ ຍູ້ແຮງການກໍ່ສ້າງບັນດາເກາະ ຢູ່ໝູ່ເກາະ ເຈື່ອງຊາ, ເພື່ອແນໃສ່ເດີນຕາມຄວາມມັກໃຫຍ່ໄຟສູງຄວບຄຸມທະເລຕາເວັນອອກ. ໃນບົດລົງພິມໃນໜັງສຶພິມລາຍວັນ Le Figaro ເມື່ອວັນທີ 16/2, ຜູ້ຂຽນ Jean Licourt ໄດ້ຄັດສະເໜີບົດລາຍງານຂອງກະຊວງປ້ອງກັນຄວາມສະຫງົບ ຝຮັ່ງ, ໃຫ້ຮູ້ວ່າ: ຈີນ ມີຄວາມເອົາໃຈໃສ່ເປັນພິເສດເຖິງເຂດທະເລນີ້ ຍ້ອນວ່ານີ້ແມ່ນບ່ອນມີທີ່ຕັ້ງຍຸດທະສາດ… ເລື່ອງ ຈີນ ກໍ່ສ້າງເກາະແຫ່ງໃໝ່ນີ້ ເພື່ອແນໃສ່ສ້າງຕັ້ງຍຸດທະສາດທີ່ເຄີຍໄດ້ຮັບການນຳໃຊ້ຢູ່ໝູ່ເກາະ ຮ່ວາງຊາ. ເດືອນ 5/2014, ຈີນໄດ້ນຳໃຊ້ເຂດນີ້ເພື່ອ ແກ້ຄວາມໃຫ້ການຕິດຕັ້ງຮ້ານເຈາະນ້ຳມັນໄຮຢາງ - 981.
ກໍ່ໃນວັນທີ 16/2, ແວບໄຊຂອງ Radio – Monaco ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ຈີນ ພວມກໍ່ສ້າງເກາະການທະຫານແຫ່ງໜຶ່ງຕັ້ງຢູ່ລະຫວ່າງ ຟິລິບປິນ ແລະ ຫວຽດນາມ”. ໃນນັ້ນ ຜູ້ຂຽນ Frank Herman ຢັ້ງຢືນວ່າ: ເລື່ອງເປີດກ້ວາງເກາະ ແລະ ຫັນບັນດາເກາະເປັນຖານທີ່ໝັ້ນການທະຫານ ແມ່ນພື້ນຖານເພື່ອໃຫ້ ຈີນ ຍົກອອກຄຳຮຽກສິດກ່ຽວກັບເຂດເສດຖະກິດພິເສດບົນທະເລ. ດ້ວຍຫົວຂໍ້ “ບັນດາເກາະທຽມ, ອາວຸດປິດລັບຂອງ ຈີນ”, ບົດຂຽນໃນແວບໄຊ Sputniknews ໃນວັນທີ 23/2 ໄດ້ຄັດແຫຼ່ງຂ່າວຈາກໜັງສຶພິມປ້ອງກັນປະເທດທີ່ມີຊື່ສຽງ HIS Jane’s Defence Weekly ໃຫ້ຮູ້ວ່າ: ຈີນ ພວມມານະພະຍາຍາມ ກໍ່ສ້າງເຄືອຂ່າຍຖານທີ່ໝັ້ນກອງທັບເຮືອ ແລະ ກອງທັບອາກາດ ຢູ່ໃນບັນດາເຂດຂັດແຍ້ງ ໂດຍອີງໃສ່ເກາະໃໝ່ 5 ແຫ່ງນີ້. ລະດູບານໃໝ່ ຫຼື ລະດູຮ້ອນປີ 2015, ກິດຈະກຳນີ້ອາດຈະຖືກກໍ່ສ້າງສຳເລັດ ແລະ ປະຕິບັດບັນດາໜ້າທີ່ການທະຫານ.
Thai Duong, ນັກຂ່າວVOVປະຈຳຝຣັ່ງ