ທ່ານປະທານາທິບໍດີ ຝຣັ່ງ Francois Hollande ຢ້ຽມຢາມ ຫວຽດນາມ
(vovworld) – ວັນທີ 6/9, ສື່ມວນຊົນ ຝຣັ່ງ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ຝຣັ່ງ Francois Hollande ແລະ ຢັ້ງຢືນຈຸດສຸມໃນການຢ້ຽມຢາມແມ່ນຊຸກຍູ້ການພົວພັນຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງ 2 ປະເທດ ຝຣັ່ງ ແລະ ຫວຽດນາມ. ໜັງສືພິມລາຍວັນ “Le Monde” (ໂລກ) ມີບົດຂຽນຂອງທ່ານທູດພິເສດ Cedric Pietralunga ໃຫ້ຮູ້ວ່າ ມີ ສັນຍາເສດຖະກິດສຳຄັນຫຼາຍສະບັບໄດ້ລົງນາມໃນການຢ້ຽມຢາມຄັ້ງນີ້. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ຝຣັ່ງ ນັບແຕ່ເມື່ອມີການຢ້ຽມຢາມຂອງອະດິດປະທານາທິບໍດີ Jacques Chirac ໃນປີ 2004.
ໂດຍມີທັດສະນະດຽວກັນກັບໜັງສືພິມ “Le Monde”, ໜັງສືພິມ “Le Point” ເນັ້ນໜັກວ່າ: ຈຸດປະສົງຂອງການຢ້ຽມຢາມແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດກັບ ຫວຽດນາມ ເວົ້າສະເພາະ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ, ເຊິ່ງແມ່ນແຫ່ງມີການເຕີບໂຕສູງເປັນພິເສດ, ກໍ່ຄືເພີ່ມທະວີການແລກປ່ຽນໃນຫຼາຍຂົງເຂດວັດທະນະທຳ ແລະ ພາສາ ຝຣັ່ງ. ໃນຂະນະນັ້ນ, ດ້ວຍຫົວຂໍ້ “ປະທານາທິບໍດີ Francois Hollande ຢ້ຽມຢາມ ຫວຽດນາມ - ປະເທດສ້າງຄວາມເຂັມແຂງດ້ວຍຕົນເອງ”, ໜັງສືພິມ “Les Echos” (ສຽງກັງວານ) ຢັ້ງຢືນ ຮ່າໂນ້ຍ ໄດ້ກາຍເປັນຈຸດນັບພົບທີ່ດູດດື່ມໃຫ້ແກ່ບັນດານັກລົງທຶນສາກົນ, ຍ້ອນເຫດນັ້ນ, ນີ້ຈຶ່ງແມ່ນບ່ອນທີ່ຂອງທ່ານປະທານາທິບໍດີ ຝຣັ່ງ ເລືອກເຟັ້ນພາຍມາຢ້ຽມຢາມຫຼັງເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20 ຢູ່ ຮາງເຈົາ (ປະເທດຈີນ).