ສື່ມວນຊົນສາກົນລົງຢ່າງຫຼວງຫຼາຍຂ່າວກ່ຽວກັບວັນບຸນວິສາຂະບູຊາສປຊ Vesak 2019

(VOVWORLD) -ສື່ມວນຊົນບັນດາປະເທດໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019, ເຊິ່ງດຳເນີນຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ (ເມືອງ ກິມບາງ, ແຂວງຮ່ານາມ).

ສື່ມວນຊົນສາກົນລົງຢ່າງຫຼວງຫຼາຍຂ່າວກ່ຽວກັບວັນບຸນວິສາຂະບູຊາສປຊ Vesak 2019 - ảnh 1 ສື່ມວນຊົນສາກົນລົງຢ່າງຫຼວງຫຼາຍຂ່າວກ່ຽວກັບວັນບຸນວິສາຂະບູຊາສປຊ Vesak 2019

(ພາບປະກອບ: TTXVN)

ນີ້ິ້ແມ່ນຄັ້ງທີ 3 ທີ່ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດຕັ້ງເຫດການສຳຄັນນີ້. ຫົວຂໍ້ຂອງວັນບຸນວິສາຂະບູຊາປີນີ້ແມ່ນ “ວິທີການສຳຜັດຂອງພຸດທະສາສະໜາ ກ່ຽວກັບການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອນກັນແບ່ງປັນເພື່ອສັງຄົມຍືນຍົງ”.

        ໜັງສືພິມຊີນຮວາ ໄດ້ລົງຂ່າວກ່ຽວກັບພິທີໄຂວັນບຸນວິສາຂະບູຊາ Vesak 2019, ຖືກດຳເນີນໃນວັນທີ 11 ພຶດສະພາ. ບົດຂຽນໄດ້ເນັ້ນໜັກວ່າ, ດ້ວຍຫົວຂໍ້ “ວິທີການສຳຜັດຂອງພຸດທະສາສະໜາ ກ່ຽວກັບການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອສັງຄົມຍືນຍົງ”, Vesak 2019 ແມ່ນເພື່ອຈຸດປະສົງປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫະປະຊາຊາດ. ຜ່ານນັ້ນ, ປະຊາຄົມພຸດທະສາສະໜາໂລກ ໄດ້ຍົກອອກບັນດາມາດຕະການແກ້ໄຂໂດຍພື້ນຖານທີ່ສຸດ, ເລີ່ມມາຈາກຈິດໃຈຂອງມະນຸດ ເພື່ອປະຕິບັດເປົ້າໝາຍດຳເນີນງານພັດທະນາແບບຍືນຍົງທົ່ວໂລກໃຫ້ປະສົບຜົນສຳເລັດ ເຊິ່ງສະຫະປະຊາຊາດມຸ່ງໄປເຖິງ.

        ໃນວັນທີ 12 ພຶດສະພາ, ສຳນັກຂ່າວສານ Prensa Latia ຂອງກູບາ ມີບົດຂຽນກ່ຽວກັບ Vesak 2019, ເນັ້ນໜັກເຖິງການນຳຫຼາຍປະເທດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ການນຳພຸດທະສາສະໜາຂອງຫຼາຍປະເທດ ໄດ້ຍົກອອກການປະກອບສ່ວນຂອງພຸດທະສາສະໜາ ທີ່ມີຕໍ່ການພັດທະນາຂອງມວນມະນຸດ ແລະ ຄວາມປອງດອງທົ່ວໂລກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ