ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ຕາມສຳນັກຂ່າວສານຊິນຮວາແລ້ວ, ທີ່ການເຈລະຈາ, ການນຳສອງທ່ານເຫັນດີເປັນເອກະພາບປັບປຸງມູນເຊື້ອມິດຕະພາບ, ເພີ່ມທະວີການແລກປ່ຽນຍຸດທະສາດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ

ການຢ້ຽມຢາມຈີນ ຢ່າງເປັນທາງການແຕ່ວັນທີ 30 ຕຸລາ - 1 ພະຈິກ ກໍ່ຄືບັນດາການເຄື່ອນໄຫວຂອງທ່ານເລທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງ ໃນການຢ້ຽມຢາມກໍ່ແມ່ນຫົວຂໍ້ໂດຍສື່ມວນຊົນປະເທດຕ່າງໆໃຫ້ຂ່າວຢ່າງຫຼວງຫຼາຍ.

ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ:VOV)

        ວັນທີ 31 ຕຸລາ, ສຳນັກຂ່າວສານ ຊິນຮວາ (ປະເທດຈີນ) ໄດ້ໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ຜິງ. ຕາມສຳນັກຂ່າວສານຊິນຮວາແລ້ວ, ທີ່ການເຈລະຈາ, ການນຳສອງທ່ານເຫັນດີເປັນເອກະພາບປັບປຸງມູນເຊື້ອມິດຕະພາບ, ເພີ່ມທະວີການແລກປ່ຽນຍຸດທະສາດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ກ້າວຂຶ້ນສູ່ໄລຍະໃໝ່.

        ແລະກໍ່ໃນວັນດຽວກັນ, ໜັງສືພິມ “ປັກກິງ ຕອນຄ່ຳ” ມີບົດຂຽນໂດຍຊີ້ແຈ້ງ 3 ຈຸດພິເສດໃນການຢ້ຽມຢາມ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຕ່າງປະເທດຄົນທຳອິດຢ້ຽມຢາມ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ; ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ; ນີ້ແມ່ນຄັ້ງທຳອິດທີ່ ຈີນ ໄດ້ຕ້ອນຮັບການນຳຕ່າງປະເທດດ້ວຍພິທີທາງການພາຍຫຼັງ 3 ປິຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ  - 19. ຕາມ ໜັງສືພິມ “ປັກກິງ ຕອນຄ່ຳ”ແລ້ວ, ການພົວພັນລະຫວ່າງ ຫວຽດນາມ - ຈີນ ນັບມື້ນັບດີງາມ.

        ແລະກໍ່ໃນວັນທີ 31 ຕຸລາ, ໜັງສືພິມ ແລະ ສື່ເອເລັກໂຕນິກ ເອກະລາດ, ເຊິ່ງເປັນໜັງສືພິມມີຈຳນວນຜູ້ອ່ານເປັນຈຳນວນຫຼາຍຂອງລັດເຊຍ, ໄດ້ລົງບົດຂຽນຂອງນັກໄຈ້ແຍກການເມືອງສາກົນ Grigory Trofimchuk, ທີ່ຢັ້ງຢືນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຈີນ ມີຄວາມໝາຍສຳຄັນພິເສດ.

        ວັນທີ 1 ພະຈິກ, ໜັງສືພິມ Nikkei (ຍີ່ປຸ່ນ) ມີບົດຂຽນໂດຍເນັ້ນໜັກການຢ້ຽມຢາມແມ່ນການຢັ້ງຢືນນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຖືເປັນສຳຄັນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີ ຈີນ, ພ້ອມກັນແລກປ່ຽນ, ຮ່ວມມືເພື່ອປັບປຸງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ສຳນັກຂ່າວສານ Reuters (ອັງກິດ) ກໍ່ໄດ້ລົງຫຼາຍຂ່າວກ່ຽວກັບການຢ້ຽມຢາມ. ຕາມສຳນັກຂ່າວສານນີ້ແລ້ວ, ຈີນ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງສົມກຽດ, ສະແດງໃຫ້ເຫັນການຖືການພົວພັນລະຫວ່າງສອງຝ່າຍເປັນສຳຄັນ.

        ແລະກໍ່ໃນວັນທີ 1 ພະຈິກ, ສຳນັກຂ່າວສານ Prensa Latina (ກຸຍບາ) ມີບົດຂຽນ “ຫວຽດນາມ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ”.

      

ຕອບກັບ

ຂ່າວ/ບົດ​ອື່ນ