ສື່ມວນຊົນເຢຍລະມັນໄດ້ຍ້ອງຍໍນະໂຍບາຍປ່ຽນໃໝ່ຂອງຫວຽດນາມ

ສື່ມວນຊົນເຢຍລະມັນໄດ້ຍ້ອງຍໍນະໂຍບາຍປ່ຽນໃໝ່ຂອງຫວຽດນາມ - ảnh 1
(ພາບປະກອບ)

​​(vovworld) - ​​ແວ​ບ​ໄຊ Tagesschau.de ສັງ​ກັດ​ຊ່ອງ​​ໂທລະພາບ​ແຫ່ງ​ຊາດ​ເຢຍລະ​ມັນ (ARD) ​ໄດ​້ລົງ​ບົດ​ຂຽນ​ຍ້ອງຍໍ​ນະ​ໂຍບາຍ​ປ່ຽນ​ໃໝ່​ຂອງຫວຽດນາມ ​ແມ່ນ​ຖືກຕ້ອງ, ຊ່ວຍ​​ເຕີບ​ໂຕ​ທາງ​ດ້ານເສດຖະກິດ ​ແລະ ດຶງ​ດູດ​ການ​ລົງທຶນ. ​ເລື່ອງ​ສະຫະພາບ​ເອີ​ລົບ ​ແລະ ຫວຽດນາມ ຫາ​ກໍ​ສິ້ນ​ສຸດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ​ໄດ້​ສະ​ແດງ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ. ຕາມ​ບົດ​ຂຽນ​ແລ້ວ, ດ້ວຍ​ພົນລ​ະ​ເມືອງ​ກວ່າ 90 ລ້ານ​ຄົນ, ຕະຫຼາດ​ຫວຽດນາມ ຈະ​ນຳ​ມາ​ເຊິ່ງບັນດາ​ກາລະ​ໂອກາດ​ໃໝ່ທີ່​ສຳຄັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເອີ​ລົບ. ພາຍຫຼັງ​ນຳ​ໃຊ້​ນະ​ໂຍບານ​ປ່ຽນ​ໃໝ່​ເມື່​ອປີ 1986, ທາງ​ດ​້ານ​ເສດຖະກິດ​ຂອງຫວຽດນາມ ​ໄດ້​ປ່ຽນ​​ໃໝ່ຢ່າງວ່ອງ​ໄວ ​ແລະ ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່ດຶງ​ດູດບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ບົດ​ຂຽນ​​ໃຫ້​ຂໍ້​ສັງ​ເກດ​ວ່າ, ຍາມ​ໃດຫວຽດນາມ ​ກໍ​ມານະ​ພະຍາຍາມ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ​ສິ່ງ​ດັ່ງກ່າວ​ໄດ້​ນຳ​ມາ​​ເຊິ່ງຜົນ​ງານ.

ຂ່າວ/ບົດ​ອື່ນ