ສື່ມວນຊົນເອີລົບຕີລາຄາສູງໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ

ສື່ມວນຊົນເອີລົບຕີລາຄາສູງໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ - ảnh 1
ສື່ມວນຊົນເອີລົບຕີລາຄາສູງໝາກຜົນ
ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
(ພາບ​ປະ​ກອບ: TTXVN)

(vovworld) -​ ​ໃນ​ລະ​ຫວ່າງວັນ​ທີ 02 - 03/12, ໜັງ​ສື​ພິ​ມ​ເອ​ເລກ​ໂຕ​ນິກ​ສະ​ບັບ​ຕ່າງໆ​ຂອງ​ແບນ​ຊິກ ແລະ ເອີ​ລົບ ໄດ້​ໃຫ​້ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ແບນ​ຊິກ ແລະ ສະ​ຫະ​ພາບ​ເອີ​ລົບ (EU) ​ໃນ​ເວ​ລາຜ່ານ​ມາ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ.

      ສຳ​ນັກ​ຂ່າວ​ສານ RTBF ຂອງ​ແບນ​ຊິກ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ແບນ​ຊິກ ເຊິ່ງ​ໄດ້ຍົກ​ອອກ​ມາ​ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Charles Michel ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນ​າມ​ ຫງວຽນ​ເຕີນ​ຢຸງ. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ເຖິ​ງ​ຖະ​ແຫຼງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Charles Michel ນັ້ນ​ແມ່ນ, ແບນ​ຊິກ ສະ​ໜັບ​ສະ​ໜູນ​ບັນ​ດາ​ວິ​ສາ​ຫະ​ກິດ​ແບນ​ຊິກ ຢູ່​ຫວຽດ​ນາມ​ຢ່າງ​ແຮງ.

      ໃນ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ສັນ​ຍ​າ​ການ​ຄ້າ​ເສ​ລີ​ EU - ຫວຽດ​ນາມ: ສັນ​ຍາ​ທີ່​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝ”, ເຄືອ​ຂ່າຍ​ອີນ​ເຕີ​ແນດ “Europe Presse Image” ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ Franck Proust, ​ເຊິ່ງເປັນ​ນັກ​​ປາ​ຖະ​ກະ​ຖາສັງ​ກັດ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ​ປະ​ຊາ​ຊົນ​ເອີ​ລົບ (EP) ຖື​ວ່າ: “ຂໍ້​ຕົກ​ລົງ​ລະ​ຫວ່າງ EU ແລະ ຫວຽດ​ນາມ ເປັນ​ສັນ​ຍາ​ລັກ​ໃຫ້​ອະ​ນາ​ຄົດ​ຂອງ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ EU”.

      ໃນ​ຂະ​ນະ​ນັ້ນ, ​ແວັບ​ໄຊ “L’antenne” ຊີ້​ແຈ້ງ​ວ່າການ​ສິ້​ນ​ສຸດ​ການ​ເຈ​ລະ​ຈາ EVFTA ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 02/12, ແມ່ນ​ຂໍ້​ຕົກ​ລົງ​ທຳ​ອິດ​ຂອງ EU ກັບ​ປະ​ເທດ​ໜຶ່ງ​ທີ່​ພວມ​ພັດ​ທະ​ນາ, ໃນ​ນັ້ນ​ຈະ​ຍົກ​ເວັ້ນ​ພາ​ສີ 99% ໃນ​ຮອບ​ເວ​ລາ 7 ປີ.

ຂ່າວ/ບົດ​ອື່ນ