ສື່ມວນຊົນແມ່ນເວທີປາໄສໄວ້ເນື້ອເຊື່ອໃຈຂອງປະຊາຊົນ

ສື່ມວນຊົນແມ່ນເວທີປາໄສໄວ້ເນື້ອເຊື່ອໃຈຂອງປະຊາຊົນ - ảnh 1
ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ​ນຊາງ ​​ພົບ​ປະ​ສັງ​ສັນ​ບັນດາ​ນັກ​ຂ່າວ​
ທີ່ຕາງໜ້າ​ໃຫ້ບັນດາ​ອົງການ​ສຳນັກ​ຂ່າວສານ, ນັກ​ຂ່າວ​ຜູ້​ອະ​ວຸ​ໂສ
(ພາບ:TTXVN)


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 17/6, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ພົບ​ປະ​ສັງ​ສັນ​ບັນດາ​ນັກ​ຂ່າວ​ທີ່ຕາງໜ້າ​ໃຫ້ບັນດາ​ອົງການ​ສຳນັກ​ຂ່າວສານ, ນັກ​ຂ່າວ​ຜູ້​ອະ​ວຸ​ໂສ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6/1925-21/6/2015). ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ​ໃນ​ກິດຈະການ​ປົດ​ປ່ອຍຊາດ​ກໍ​ຄືການ​ສ້າງສາ​, ປ່ຽນ​​ແປງໃໝ່ ​ແລະ ພັດ​ທະນາປະ​ເທດ​ຊາດ ຍາ​ມໃດ​ກໍ​ມີ​ການ​ປະກອບສ່ວນສຳຄັນ​ຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ. ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ບໍ່​ພຽງ​ແຕ່​ນຳ​ໜ້າ​ໃນຂົງ​ເຂດ​ແນວ​ຄິດ​ວັດທະນະທຳ, ການ​ກຳນົດ​ທິດ​ຫາງ​ສຽງ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ບັນ​ດາ​ການ​ຄົ້ນພົບ, ​ໄຈ້​ແຍກສັງ​ເກດ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່ໜ້າ​ບັນຫາ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ.

                  ທ່ານ​ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຮ່າ​ມິ​ງ​ເຫ້ວ ​ໄດ້​ລາຍ​ງານ​ຕໍ່​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ກ່ຽວ​ກັບ​ບັນດາ​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ​ຂອງ​ພື້ນຖານ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີອົງການ​ສື່​ມວນ​ຊົນ 845 ​ແຫ່ງ, ສື່​ສິ່ງ​ພິມ, ວາລະສານ​ກ່ວາ 1100 ສະບັບໃນ​ນັ້ນ​ມີ​ບັນດາ​ອົງການ​ສື່​ມວນ​ຊົນດ້ວຍ​​ແຫຼ່ງຊັບພະຍາກອນມະນຸດ​ທີ່​ເຂັ້ມ​ແຂງ, ​ພາຫະນະ​ອຸປະກອນທັນ​ສະ​ໄໝ, ​ເຕົ້າ​ໂຮມ​ຫຼາຍ​ປະ​ເພດ​ສື່​ມວນ​ຊົນຄື: ວິທະຍຸ​ກະຈາຍສຽງ​ຫວຽດນາມ, ສຳນັກ​ຂ່າວສານ ຫວຽດນາມ, ​ໂທລະພາບ​ຫວຽດນາມ.

ຂ່າວ/ບົດ​ອື່ນ