ສື່ມວນຊົນໄທໃຫ້ຂ່າວກ່ຽວກັບການຢ້ຽມຢາມໄທຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ

ສື່ມວນຊົນໄທໃຫ້ຂ່າວກ່ຽວກັບການຢ້ຽມຢາມໄທຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ - ໄທ)

​​(vovworld) - ​ໃນ 2 ມື້​ຜ່ານ​ມາ, ສື່​ມວນ​ຊົນ​ໄທ​ໄດ​້ລົງ​ພິມ​ບັນດາ​ຂ່າວ, ບົດ​ຢ່າງ​ຫຼວງ​ຫຼາຍທີ່​ກ່ຽວ​ຂ້ອງ​ເຖິງ​​ເລື່ອງ ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢ້ຽມຢາມ​ໄທ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງປະຊຸມຮ່ວມ​ຄະນະ​ລັດ​ຖະບານຄັ້ງ​ທີ 3 ລະຫວ່າງ 2 ປະ​ເທດ​ໃນ​ວັນ​ທີ 23/07. ບັນດາ​ໜັງ​ສື​ພິມ​ໃຫຍ່, ສຳນັກ​ຂ່າວສານ​ແຫ່ງ​ຊາດ, ບັນດາ​ຊ່ອງ​​ໂທລະພາບ ​ແລະ ສື່​ເອ​ເລກ​ໂຕ​ນິກຂອງ​ໄທ ​ໄດ້​ລົງ​ພິມ​ບັນດາ​ຂໍ້​ມູນ, ຮູ​ບພາບ​ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ ໝາກຜົນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ​່ນ, ຫາງ​ສຽງ​ສື​່ມວນ​ຊົນ​ໄທ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ໄທ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ທີ່ບັນລຸຸ​ໄດ້ຜົນສຳ​ເລັດ​ຢ່າງ​ດີງາມ; ​ໃນ​ນັ້ນ​ການ​ນຳ 2 ປະ​ເທດ​ໄດ້​ຫັນ​ດີ​ເປັນ​ຢ່າງ​ສູງ​ການ​ຊຸກຍູ້, ​​ເປີດ​ກວ້າງການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ​, ທຸກ​ຂັ້ນໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ. ໝາກຜົນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໄດ້​ສ້າງ​ພື້ນຖານ​ສຳຄັນ​ໃຫ້ລັດຖະບານ, ປະ​ຊົນ​ໄທ ​ແລະ ຫວຽດນາມ ມຸ່ງ​ໄປ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປິີແຫ່ງ​ວັນວ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ