(ພາບປະກອບ)
(vovworld) – ວັນທີ 22/12, ແມ່ນວັນສະເຫຼີມສະຫຼອງ 72 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944-22/12/2016) ແລະ 27 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989-22/12/2016). ບັນດາໜັງສືພິມສຳຄັນຂອງ ຫວຽດນາມ ໄດ້ລົງພິມຫຼາຍຂ່າວ, ບົດກ່ຽວກັບເຫດການນີ້. ບົດນຳໃນໜັງສືພິມ ກວນໂດ້ຍເຍິນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ດ້ວຍຫົວຂໍ້ວ່າ “ສຸມແຫຼ່ງກຳລັງກໍ່ສ້າງກອງທັບ, ປັບປຸງທ່າຮົບຢ່າງໝັ້ນຄົງ“ ໃນນັ້ນຢືນຢັນວ່າ: ກອງທັບປະຊາຊົນ ຫວຽດນາມ ແມ່ນກອງທັບແຫ່ງໄຊຊະນະໃນການສູ້ຮົບ. ປະຈຸບັນ, ກໍ່ສ້າງກອງທັບປະຊາຊົນ ຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ… ເພື່ອປະຕິບັດຈຸດໝາຍດັ່ງກ່າວ, ໃນຊຸມປີຜ່ານມາ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອເພີ່ມທະວີກຳລັງແຮງຂອງກອງທັບ, ເພີ່ມທະວີກຳລັງບົ່ມຊ້ອນໃນການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ທ່າຮົບສົງຄາມປະຊາຊົນ, ຮັບປະກັນໃຫ້ກອງທັບ ຫວຽດນາມ ຍາມໃດກໍ່ປະຕິບັດບົດບາດໜ້າທີ່ຂອງຕົນສຳເລັດ, ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດສຳເລັດໜ້າທີ່ປົກປັກຮັກສາປະເທດຊາດໃນບໍ່ວ່າສະພາບການໃດ.
ສ່ວນໜັງສືພິມ ເຍິນເຢີນ (ສຽງຂອງສູນກາງພັກກອມມູນິດ ຫວຽດນາມ) ກໍ່ຢືນຢັນວ່າ: ໂດຍເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃນ 7 ກວ່າທົດສະວັດຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດ, ທົ່ວກອງທັບ, ທົ່ວປວງຊົນ ຫວຽດນາມ ໄດ້ສຸມໃສ່ກໍ່ສ້າງກອງທັບປະຕິວັດເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ສົມກັບຄຳຍ້ອງຍໍຂອງປະທານ ໂຮ່ຈີມິນທີ່ວ່າ: “ກອງທັບຫວຽດນາມຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ພ້ອມແລ້ວທີ່ຈະຕໍ່ສູ້ຍອມສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ“.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມພະນັກງານ, ນັກຮົບ ກອງພັນນ້ອຍທະຫານບົກປ້ອງກັນເກາະ 242 ຢູ່ ເມືອງເວີນດົນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເນັ້ນຫນັກເຖິງຫນ້າທີ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະ ປາດຖະຫນາຢາກໃຫ້ພະນັກງານ, ນັກຮົບກອງພົນນ້ອຍ 242 ແລະ ການທະຫານເຂດ 3 ສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ປະຕິບັດບັນດາຫນ້າທີ່ປ້ອງກັນຊາດຢູ່ທ້ອງຖິ່ນຢ່າງມີໄຊ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເນັ້ນຫນັກວ່າ:
“ພວກເຮົາຕ້ອງປະຕິບັດບັນດາຫນ້າທີ່ຊື່ງພັກ,ລັດໄດ້ມອບໝາຍໃຫ້ໃນໄລຍະຜ່ານມາເປັນຢ່າງດີ. ພິເສດ ປະເທດພວກເຮົາມີຝັ່ງທະເລຍາວກວ່າ 3.200 ກິໂລແມັດ, ບັນຫາທະເລ ໝູ່ເກາະ, ເປັນຕົ້ນແມ່ນບັນຫາທະເລເວັນຕາອອກມີທີ່ຕັ້ງຍຸດທະສາດໃນການພັດທະນາໄລຍະຈະມາເຖິງ. ໃນສະພາບການໃຫມ່ຂອງປະເທດຊາດ ບັນຫາທະເລຕາເວັນອອກຕ້ອງວາງອອກໃນຫນ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບ.”