ສຸມໃສ່ແກ້ໄຂສະພາບການເອກະສານຄ້າງຄາ,ເດັດຂາດບໍ່ປະໃຫ້ມີຊ່ອງຫວ່າງດ້ານນິຕິກຳ
ສຸມໃສ່ແກ້ໄຂສະພາບການເອກະສານຄ້າງຄາ
ເດັດຂາດບໍ່ປະໃຫ້ມີຊ່ອງຫວ່າງດ້ານນິຕິກຳ
(vovworld) - ຕອນບ່າຍວັນທີ 30/06 ທ່ານ ມາຍຕ໋ຽນຢຸງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະໜອງຂໍ້ມູນຂ່າວກ່ຽວກັບບັນດາເອກະສານກຳນົດຢ່າງລະອຽດ ແນະນຳການປະຕິບັດກົດໝາຍ, ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດ. ທ່ານ ມາຍຕ໋ຽນຢຸງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ວຽກງານກໍ່ສ້າງ ແລະ ສ້າງສຳເລັດລະບອບທີ່ໄດ້ຮັບການກຳນົດຈາກລັດຖະບານ ແລະ ນາຍົກລັດຖະມົນຕີແມ່ນໜ້າທີ່ຈຸດສຸມ, ບຸລິມະສິດແຖວໜ້າ; ໃນນັ້ນ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຕິດຂັດ, ລົບລ້າງບັນດາຮົ້ວກີດຂວາງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ປະຊາຊົນ, ວິສາຫະກິດ…ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ເນັ້ນໜັກວ່າ: ການສ້າງສຳເລັດກົດໝາຍແມ່ນວິວັດການຢ່າງຕໍ່ເນື່ອງ; ຄວນສືບຕໍ່ກວດກາ, ຕີລາຄາ, ພົບເຫັນ ແລະ ປັບປຸງຢ່າງທັນການ, ເພີ່ມເຕີມ ຫຼື ຍົກເລີກບັນດາຂໍ້ກຳນົດມຮາບໍ່ສົມເຫດສົມຜົນ, ນັບທັງບັນດາຂໍ້ກຳນົດທີ່ລະດັບໃນບັນດາກົດໝາຍ, ລັດຖະບັນຍັດ ແລະ ເອກະສານກຳນົດລະອຽດ, ແນະນຳການປະຕິບັດ.