ສ່ວນ​ບຸກ​ຄົນ, ອົງ​ການ​ຕ່າງໆ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ກອງ​ທຶນ​ວັກ​ຊິນ ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -       ໄລ່ຮອດເວລາ 12 ໂມງ ຂອງວັນທີ 9 ມິຖຸນາ, ກອງທຶນວັກຊິນກັນພະຍາດໂຄວິດ - 19 ໄດ້ຮັບເງິນຈຳນວນ 56,2 ຕື້ດົ່ງຈາກສູນສົ່ງຂໍ້ຄວາມ 1408 ແລະ ເກືອບ 4,2 ພັນຕື້ດົ່ງທີ່ໄດ້ຝາກມາຍັງກອງທຶນ.

 ໃນຊຸມວັນຜ່ານມາ, ຫຼາຍໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານໃນວຽກງານການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສ່ວນ​ບຸກ​ຄົນ, ອົງ​ການ​ຕ່າງໆ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ກອງ​ທຶນ​ວັກ​ຊິນ ກັນ​ພະ​ຍາດ​ໂຄວິດ - 19 - ảnh 1ບັນດາອົງການ, ສ່ວນບຸກຄົນ ແລະ ວິສາຫະກິດ ແຂວງ ກວ໋າງນາມ ປະກອບເງິນຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ:TTXVN)
99 ຕື້ດົ່ງ ແມ່ນຈຳນວນເງິນທີ່ບັນດາອົງການຈັດຕັ້ງ, ວິສາຫະກິດ…ຢູ່ນະຄອນ ໂຮ່ຈີມິນ ໄດ້ຈົດທະບຽນສະໜັບສະໜູນໃນພິທີມອບ - ຮັບເງິນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ປະກອບສ່ວນເຂົ້າໃນການຊື້ວັກຊິນກັນພະຍາດໂຄວິດ - 19 ໂດຍ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ  ຈັດຕັ້ງໃນຕອນເຊົ້າວັນທີ 9 ມິຖຸນາ. ກໍໃນຕອນເຊົ້າຂອງວັນດຽວກັນ, ແຂວງ ກວາງນາມ ກໍໄດ້ ປຸກລະດົມການບໍລິຈາກເງິນເພື່ອຮັບໃຊ້ວຽກງານປ້ອງກັນໂລກລະບາດເຊັ່ນດຽວກັນ ແລະ ໄດ້ຮັບເງິນລວມທັງໝົດກວ່າ 20,4 ຕື້ດົ່ງ ພ້ອມດ້ວຍຜ້າອັດປາກອັດດັງ 30.000 ອັນ. ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຢາລາຍ ກໍໄດ້ຮັບເງິນບໍລິຈາກ 700 ລ້ານດົ່ງ.

        ທ່ານນາງ ເຈືອງທິງອັກແອັງ, ຮອງປະທານ ຄະນະກຳມະການ ສູງກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ:

        “ສຳລັບແຫຼ່ງກຳລັງທີ່ຂົນຂວາຍມາໄດ້ຈາກສູນກາງ, ພວກຂ້າພະເຈົ້າ ຈະສົມທົບກັບຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອຮັບປະກັນວຽກງານຄຸ້ມຄອງ, ນຳໃຊ້ແຫຼ່ງເງິນຊ່ວຍເຫຼືອຈາກບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ, ຮັບປະກັນນຳໃຊ້ຖືກເປົ້າໝາຍ, ຖືກຈຸດປະສົງ ແລະ ມີປະສິດທິຜົນ”.

        ໄລ່ຮອດເວລາ 12 ໂມງ ຂອງວັນທີ 9 ມິຖຸນາ, ກອງທຶນວັກຊິນກັນພະຍາດໂຄວິດ - 19 ໄດ້ຮັບເງິນຈຳນວນ 56,2 ຕື້ດົ່ງຈາກສູນຂໍ້ຄວາມ 1408 ແລະ ເກືອບ 4,2 ພັນຕື້ດົ່ງທີ່ໄດ້ຝາກມາຍັງກອງທຶນ.


ຕອບກັບ

ຂ່າວ/ບົດ​ອື່ນ