ສສຊ ຊັກຖາມລັດຖະມົນຕີ ກະຊວງຍຸຕິທຳ ແລະ ລັດຖະມົນຕີຊັບພະຍາກອນ ແລະ ສິ່ງແວດລ້ອມ

ສສຊ ຊັກຖາມລັດຖະມົນຕີ ກະຊວງຍຸຕິທຳ ແລະ ລັດຖະມົນຕີຊັບພະຍາກອນ ແລະ ສິ່ງແວດລ້ອມ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮູ່ງ​ເກື່ອງ
(ພາບ: Đại Đoàn Kết)

(vovworld) –  ​ວັນ​ທີ 20/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ດຳ​ເນີນ​ວາລະ​ຊັກ​ຖາມ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຂຶ້ນ​ກັບ​ຄວາມ​ຮັບຜິດ​ຊອບຄຸ້ມ​ຄອງ​ຂອງ 2 ກະຊວງ​ນີ້. ໃນ​ຕອນ​ເຊົ້າ​ວັນ​ທີ 20/8, ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮູ່ງ​ເກື່ອງ ໄດ້​ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ຄວາມ​ຮັບຜິ​ດຊອບ​ຂອງ​ລັດຖະມົນຕີ​ໃນ​ການ​ເປັນ​​ເສນາ​ທິການ​​ສ້າງ ແລະ ຜັນ​ຂະຫຍາຍ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ລັດຖະບານ, ​ກວດກາຕີ​ລາຄາ​ເອກ​ະສານ​ນິຕິ​ກຳ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ ກໍ່​ຄື​ກວດກາ​ການ​ປະກາດ​ໃຊ້​ເອກ​ະສານນິຕິ​ກຳ​ຂອງ​ບັນດາ​ກະຊວງ, ຂະ​ແໜງການ​ນັບແຕ່​ຕົ້ນ​ອາ​ຍຸ​ການ​ສະພ​າ​ແຫ່ງ​ຊາດຊຸດ​ທີ 13 ຮອດ​ວັນ​ທີ 31/07/2013. ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮູ່ງ​ເກື່ອງ ເວົ້າວ່າ.

“ປີ 2013, ສະຕິ​ການ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ພະນັກງານ, ລັດຖະກອນ, ປະຊາຊົນ​ໄດ້​ປັບປຸງ​ຫຼາຍ​ພໍ​ສົ​ມຄວນ. ຕາມ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ຍຸຕິ​ທຳ​ແລ້ວ, ປີ 2012, ລັດຖະບານ​​ໄດ້​ປະກາດ​ໃຊ້​ດຳລັດ​ກ່ຽວ​ກັບ​ບັນຫາ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ. ຕາມ​ນັ້ນ​ແລ້ວ, ໄດ້ຫັນປ່ຽນ​ທິດ​ຍຸດ​ທະ​ສາດ ຈາກ​ການ​ສ້າງ​ກົດໝາຍມາ​ເປັນ​ການຈັດ​ຕັ້ງ​ປະຕິບັດກົດໝາຍ ​ແລະ ຕິດຕາມ​ກວດກາ, ຫຼັງ​ຈາກ​ນັ້ນ​ກັບ​ຄືນ​ສູ່ການສ້າງ​ກົດໝາຍໃຫ້ສົມບູນແບບ. ຖ້າ​ຫາກ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ, ​ແນ່​ນ​​ອນວ່າ​ເລື່ອງ​ປະຕິບັດ​ກົດໝາຍ​ຈະ​ມີ​ການ​ຫັນປ່ຽນ​ໃຫຍ່​ໃນ​ໄລຍະ​ຈະ​ມາ​ເຖິງ.”

    ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຕີ​ລາຄາ​ວາລະຊັກ​ຖາມ​ໃນ​ຕອນ​ເຊົ້າ​ມື້​ນີ້​​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ມີ​ລະດັບ​ຍຸດ​ທະ​ສາດ, ມະຫາ​ພາກ​ກ່ຽວຂ້ອງ​ເຖິງ​ສິດ​ອຳນາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ກະຊວງ​ຍຸຕິ​ທຳ ​ໃນ​ການ​​ແກ້​ໄຂ​ບັນດາ​ເອກະສານ​ນິຕິ​ກຳ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຖື​ວ່າ:

“ມີ​ບັນດາ​ເອກະສານນິຕິ​ກຳ ​ເມື່ອ​ໄດ້​ຮັບ​ການ​ປະກາດ​ໃຊ້​ແລ້ວ, ຫາງສຽງ​ສັງຄົມ​ຊີ້​ໃຫ້​ເຫັນວ່າ ​ແມ່ນ​ບໍ່​ທັນ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ, ພວກ​ເຮົາ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ເຕີມ​. ສິ່ງ​ດັ່ງກ່າວ​ວາງ​ອອກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ໃນ​ການ​ກວດກາ​ເອກະສານ​ນິຕິ​ກຳ. ທັງ​ແມ່ນ​ການ​ກວດກາ​ມາດຖານດ້ານວິຊາການ, ທັງ​ກວດກາ​ເນື້ອ​ໃນ​ຄຸນ​ນະພາ​ບ​ເອກະສານ, ທັງ​ຮັບປະກັນ​ລັກສະນະ​ຫັນ​ເປັນ​ແນວທາງ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ທັງ​ຮັບປະກັນ​ປັດ​ໄຈ​ເຊື່ອມ​ໂຍງ. ນີ້​ແມ່ນ​ປັດ​ໄຈ​ຮອບດ້ານ​ທີ່​ສຸດ.”

ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ນ ກໍ່ໄດ້​ເຂົ້າ​ຮ່ວມ​ການ​ອະພິ​ປາຍ​ເຮັດ​​​ແຈ້ງ​ບັນດາ​ບັນຫາ​ກ່ຽວຂ້ອງ​

ຂ່າວ/ບົດ​ອື່ນ