ສສລັດເຊຍຮຽກຮ້ອງຍົກເລີກສົນທິສັນຍາມິດຕະພາບແລະຄູ່ຮ່ວມມືກັບຢູແກຼນ
(ພາບປະກອບ: Reuters)
(vovworld) - ວັນທີ 15/8, ກຸ່ມສະມາຊິກລັດຖະສະພາ ຂອງພັກກອມມູນິດ ສະຫະພັນລັດເຊຍ, ໂດຍທ່ານ Sergei Obukhov ເປັນຫົວໜ້າ ໄດ້ຝາກຈົດໝາຍເຖິງປະທານາທິບໍດີລັດເຊຍ Vladimir Putin ຮຽກຮ້ອງ ຍົກເລີກສົນທິສັນຍາມິດຕະພາບ ແລະຄູ່ຮ່ວມມືກັບ ຢູແກຼນ ພາຍຫຼັງກົນອຸບາຍກໍ່ການຮ້າຍຖືກເຜີຍອອກຢູ່ Crimea. ຈົດໝາຍຂອງ ກຸ່ມສະມາຊິກລັດຖະສະພານີ້ ຊີ້ແຈ້ງວ່າ “ບັນດາການກະທຳຂອງກຳລັງປະກອບອາວຸດ ຢູແກຼນ ໄດ້ຮຽກຮ້ອງໃຫ້ ສະຫະພັນ ລັດເຊຍຕ້ອງມີບັນດາມາດຕະການໂຕ້ຕອບໃນທັນທີ, ໜຶ່ງໃນບັນດາມາດຕະການທີ່ຄວາມສຳຄັນ ແລະ ເໝາະສົມທີ່ສຸດ ແມ່ນຕ້ອງເດັດດຽວຍົກເລີກສົນທິສັນຍາມິດຕະພາບ ແລະ ຄູ່ຮ່ວມມືລະຫວ່າງສະຫະພັນ ລັດເຊຍ ກັບ ຢູແກຼນ“. ຄຳຮຽກຮ້ອງດັ່ງກ່າວຖືກຍົກອອກມາໃນສະພາບທີ່ການພົວພັນລະຫວ່າງ ລັດເຊຍ ຢູແກຼນ ມີຄວາມເຄັ່ງຕຶງ, ພາຍຫຼັງອົງການປ້ອງກັນຄວາມສະຫົງບສະຫະພັນລັດເຊຍ (FSB) ແຈ້ງໃຫ້ຮູ້ໄດ້ຈັບຕົວກອງປຸ້ນໜຶ່ງຢູ່ Crimea, ກໍ່ຄືສະກັດກັ້ນກົນອຸບາຍບຸກໂຈມຕີກໍ່ການຮ້າຍທີ່ເລັ່ງໃສ່ບັນດາພື້ນຖານໂຄງລ່າງທີ່ສຳຄັນໃນແຫຼມນີ້. ຝ່າຍ ລັດເຊຍຖືວ່າ, ກົນອຸບາຍກໍ່ການຮ້າຍຢູ່ Crimea ແມ່ນມີສ່ວນກ່ຽວຂ້ອງເຖິງສືບລາຊາການລັບ ຢູແກຼນ. ດັ່ງນັ້ນລັດເຊຍອາດຈະຍົກເລີກການພົວພັນທາງການທູດກັບ ຢູແກຼນ.