ສື່ສານຕ່າງປະເທດໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ
ພິທີຕ້ອນຮັບທ່ານ ປະທານາທິບໍດີ
ສະຫະລັດອາເມລິກາ Barack Obama
(ພາບ: Ngoc Thanh)
(vovworld) - ເຫດການປະທານາທິບໍດີສະຫະລັດອາເມລິກາ Barack Obama ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 23-25/5 ໄດ້ດຶງດູດຄວາມສົນໃຈຈາກວົງການສື່ສານ ອາເມລິກາໃນຊຸມມື້ຜ່ານມາ. ໜັງສືພິມລາຍວັນ “The Hill“, ຂອງສະພາແຫ່ງຊາດ ອາເມລິກາ, ສະບັບອອກວັນທີ 25/5 ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ປະທານາທິບໍດີ Barack Obama ມາ ຫວຽດນາມ, ເລີ່ມຕົ້ນການຢ້ຽມຢາມຄັ້ງປະຫວັດສາດ“, ໃນນັ້ນໃຫ້ຮູ້ວ່າ, ປະທານາທິບໍດີ Barack Obama ຈະມີການພົບປະ ແລະ ເຈລະຈາກັບປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເພື່ອແນໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍໃນຫຼາຍຂົງເຂດ. ສ່ວນ NBC ແລະ Fox News ກໍ່ໃຫ້ຂ່າວວ່າ, ການຢ້ຽມຢາມຄັ້ງນີ້ຈະຍົກອອກຄຳໝັ້ນສັນຍາ “ສ້າງຄວາມສົມດູນຄືນໃໝ່“ ຢູ່ອາຊີ - ປາຊີຝິກຂອງ ປະທານາທິບໍດີ Barack Obama, ພິເສດແມ່ນໃນບັນດາຂົງເຂດ: ຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ, ການສຶກສາ ແລະ ການຕ້ານການປ່ຽນແປງຂອງດິນຟ້າອາກາດ. NBC ຍັງຕີລາຄາສອງໃນຈຳນວນບັນດາຈຸດສຸມຂອງການຢ້ຽມຢາມ ນັ້ນແມ່ນບັນຫາໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຂ້າມປາຊີຝິກ (TPP) ແລະ ເລື່ອງ ອາເມລິກາຍົກເວັ້ນຄຳສັ່ງຫ້າມອາວຸດລ້າງຜານສຳລັບຫວຽດນາມ. ໜັງສືພິມ new York ຖືວ່າ, ສຳລັບ ປະທານາທິບໍດີ Barack Obama, ການຢ້ຽມຢາມ ຫວຽດນາມ ນຳມາເຊິ່ງການລະໂອກາດເພື່ອປັບປຸງນະໂຍບາຍສ້າງຄວາມສົມດູນ ເຊິ່ງທ່ານໄດ້ໃຫ້ຄຳໝັ້ນສັນຍາກັບອາຊີ ແລະ ເຮັດໃຫ້ບັນດາສາຍພົວພັນດ້ານປ້ອງກັນຄວາມສະຫງົບ ແລະ ເສດຖະກິດກັບ ຫວຽດນາມ, ເຊິ່ງແມ່ນປະເທດທີ່ສຳຄັນໃນພາກພື້ນໃຫ້ນັບມື້ນັບເລິກເຊິ່ງກວ່າອີກ. ສ່ວນ ໜັງສືພິມ Wall ໄດ້ໃສ່ໃຈວ່າ, ຍາກທີ່ຈະມີປະເທດໃດ ທີ່ປະທານາທິບໍດີ Barack Obama ໄປຢ້ຽມຢາມເປັນເວລາ 3 ວັນຄືຢູ່ ຫວຽດນາມ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ອາເມລິກາມີຄວາມເອົາໃຈໃສ່ທີ່ສຸດເຖິງເລື່ອງເປີດກວ້າງສາຍພົວພັນກັບ ຫວຽດນາມ. ສຳນັກຂ່າວສານ CNN ເນັ້ນໜັກວ່າ, ການມາຢ້ຽມຢາມ ຫວຽດນາມຂອງ ປະທານາທິບໍດີ Barack Obama ແມ່ນກາລະໂອກາດເພື່ອສ້າງຂີດໝາຍໃໝ່ໃນການພົວພັນສອງຝ່າຍ. ນອກນັ້ນບັນດາໜັງສືພິມ, ສຳນັກຂ່າວສານສາກົນກໍ່ໃຫ້ຂ່າວ ແລະ ບົດວິຈານກ່ຽວກັບການມາຢ້ຽມຢາມ ຫວຽດນາມຂອງ ປະທານາທິບໍດີ Barack Obama. ສຳນັກຂ່າວສານ Reuters ຂອງອັງກິດໃຫ້ຂ່າວວ່າ, ທ່ານ Barack Obama ແມ່ນ ປະທານາທິບໍດີ ອາເມລິກາຜູ້ທີ 3 ມາຢ້ຽມຢາມ ຫວຽດນາມຢ່າງລຽນຕິດນັບແຕ່ສອງປະເທດສ້າງການພົວພັນທາງການທູດເປັນປົກກະຕິ ເມື່ອປີ 1995. ສຳນັກຂ່າວສານ AFP ຂອງຝລັ່ງ ກໍ່ຖືວ່າ, ປະທານາທິບໍດີ Barack Obama ພະຍາຍາມສ້າງຂີດໝາຍໃໝ່ ດ້ວຍການຢ້ຽມຢາມ ຫວຽດນາມຄັ້ງນີ້.
ວັນທີ 23/05 ສຳນັກຂ່າວສານແຫ່ງຊາດ ອັກຊັງຕິນ Telam ໃຫ້ຂ່າວວ່າ ປະທານາທິບໍດີ ອາເມລິກາ Barack Obama ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຢ່າງເປັນທາງການ ເພື່ອແນໃສ່ເພີ່ມທະວີການຮ່ວມມືເສດຖະກິດ ແລະ ການທະຫານລະຫວ່າງ 2 ປະເທດ. ແລະໃນວັນດຽວກັນ ໜັງສືພິມ Clarin ຂອງ ອັກຊັງຕິນ ໄດ້ລົງພິມຂ່າວ ແລະ ຮູບພາບທ່ານ Barack Obama ມາຮອດສະໜາມບິນສາກົນ ໂນ້ຍບ່າຍ ຢູ່ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໜັງສືພິມ ຕີລາຄາຕັ້ງໜ້າກ່ຽວກັບການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ເຖິງ ຫວຽດນາມ ໃນການເພີ່ມທະວີການພົບປະແລກປ່ຽນການພົວພັນດ້ານການຄ້າ ແລະ ການທະຫານ. ວັນທີ 22/05, ໜັງສືພິມລາຍວັນ La Repubbliaca ຂອງ ອີຕາລີ ກໍ່ມີບົດຂຽນກ່ຽວກັບການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ເຖິງ ຫວຽດນາມ. ບົດຂ່າວເຕື້ອງເຖິງບັນດາບາດກ້າວໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ພ້ອມທັງ ສະຫລຸບວ່າການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ແມ່ນດີງາມຫລາຍກ່ວາເກົ່າ.