ສື່ສານປະກອບສ່ວນເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນສະພາແຫ່ງຊາດແລະສະພາປະຊາຊົນ
ກຳນົດທິດການສື່ສານ ເພື່ອເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ
ໃນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ
(ພາບ: ອິນເຕີແນັດ)
(vovworld) - ວັນທີ 19/4, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ຫວຽດນາມ ແລະ ອົງການ Action Aid ສົມທົບກັນຈັດຕັ້ງຊຸດອົບຮົມ “ກຳນົດທິດການສື່ສານ ເພື່ອເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ“ ໃຫ້ບັນດານັກຂ່າວ, ບັນນາທິການໃນບັນດາອົງການສື່ມວນຊົນ, ຄຸ້ມຄອງສື່ມວນຊົນແຂວງ, ນະຄອນຕ່າງໆຢູ່ພາກໃຕ້. ຢູ່ ຫວຽດນາມ, ໝາກຜົນກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມທຸກຂັ້ນ, ອາຍຸການ 2015-2020 ສະແດງໃຫ້ເຫັນວ່າ, ອັດຕາສ່ວນແມ່ຍິງເຂົ້າຮ່ວມຄະນະພັກຢູ່ທັງ 4 ຂັ້ນ ຂອງອາຍຸການນີ້ ລ້ວນແຕ່ສູງກວ່າ ເມື່ອທຽບໃສ່ອາຍຸການກ່ອນ. ພິເສດ, ເປັນຄັ້ງທຳອິດທີ່ ຫວຽດນາມມີປະທານສະພາແຫ່ງຊາດເປັນແມ່ຍິງ ແລະ ການນຳຍິງ 3 ຄົນເປັນກຳມະການກົມການເມືອງ. ປະຈຸບັນ, 15/30 ກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານແມ່ນມີການນຳເປັນຜູ້ຍິງ. ຕາມຕົວເລກສະຖິຕິຂອງລັດຖະສະພາໂລກ, ດ້ວຍອັດຕາສ່ວນແມ່ຍິງເປັນສະມາຊິກສະພາແຫ່ງຊາດຊຸດທີ 13 ແມ່ນບັນລຸກວ່າ 24%; ຫວຽດນາມຖືກຈັດອັນດັບທີ 54 ໃນຈຳນວນ 190 ປະເທດທີ່ໄດ້ຮັບການຈັດອັນດັບໃນໂລກ, ແລະ ຢືນອັນດັບ 4/10 ປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ມີຈຳນວນສະມາຊິກສະພາແຫ່ງຊາດຍິງຫຼາຍທີ່ສຸດ. ອັດຕາສ່ວນແມ່ຍິງເປັນສະມາຊິກສະພາປະຊາຊົນທຸກຂັ້ນກໍ່ເພີ່ມຂຶ້ນໃນ 3 ອາຍຸການຫວ່າງແລ້ວນີ້. ທ່ານ ບູ່ຍບ໋າບິ່ງທີ່ປຶກສາຂັ້ນສູງຂອງອົງການ Action Aid, ຖືວ່າ, ໃນບັນດາມາດຕະການເພື່ອແນໃສ່ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນຂົງເຂດການເມືອງນັ້ນ, ວຽກງານສື່ສານມີບົດບາດສຳຄັນທີ່ສຸດ.