(vovworld) - ວັນທີ 27/05, ໜັງສືພິມ “Clarin” ຂອງອັກຊັງຕິນ ໄດ້ລົງພິມບົດຂຽນຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ກໍ່ຄືຍົກສູງກາລະໂອກາດຮ່ວມມືດ້ານການຄ້າ ແລະ ການລົງທຶນ. ບົດຂຽນຂອງນັກຊ່ຽວຊານດ້ານເສດຖະກິດ Julio Sevares, ສາດສະດາຈານມະຫາວິທະຍາໄລສັງລວມ Buenos Aires, ໄດ້ຍົກອອກຄວາມສະດວກກໍຄືສິ່ງທ້າທາຍຂອງວິສາຫະກິດອັກຊັງຕິນ ເມື່ອທຳມາຫາກິນ ແລະ ລົງທຶນຢູ່ຫວຽດນາມ. ຕາມບົດໜັງສືພິມແລ້ວ, ຫວຽດນາມ ໄດ້ກາຍເປັນຕະຫຼາດທີ່ດຶງດູດສຳລັບຫຼາຍປະເທດໃນໂລກ ໃນນັ້ນມີອັກຊັງຕິນ. ໃນໄລຍະ 2002 – 2014, ວົງເງິນການຄ້າ 2 ສົ້ນລະຫວ່າງອັກຊັງຕິນ ແລະ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 20 ເທົ່າ ແລະ ບັດລຸລະດັບສະຖິຕິໃນປີ 2014 ແມ່ນ 1,706 ຕື້ USD. ນັກຊ່ຽວຊານດ້ານເສດຖະກິດ Julio Sevares ກໍ່ເນັ້ນໜັກວ່າ, ຄຽງຂ້າງຄວາມສະດວກກໍ່ມີສິ່ງທ້າທາຍຫຼາຍຢ່າງສຳລັບນັກລົງທຶນອັກຊັງຕິນ ເມື່ອທຳມາຫາກິນ ຢູ່ຫວຽດນາມ, ຍ້ອນມີຄວາມແຕກຕ່າງກັນດ້ານວັດທະນະທຳ ກໍ່ຄືການແກ່ງແຍ້ງທີ່ນັບມື້ນັບເພີ່ມຂຶ້ນ.