ສອງຖ້ຽວບິນສົ່ງພົນລະເມືອງ ຫວຽດນາມ ເກືອບ 600 ຄົນຢູ່ ຢູແກຼນ ກັບຄືນມາປະເທດຢ່າງປອດໄພ
(VOVWORLD) -ວັນທີ 13 ມີນາ, ບັນດາກະຊວງ, ຂະແໜງການ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ທີ່ກ່ຽວຂ້ອງ ໄດ້ຈັດສອງຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ເກືອບ 600 ຄົນຈາກ ຢູແກຼນ ໄປຍັງ ໂປໂລຍ ແລະ ຣູມານີ ກັບຄືນມາປະເທດຢ່າງປອດໄພ. ນີ້ກໍແມ່ນສອງຖ້ຽວບິນທຳອິດທີ່ໄດ້ຜັນຂະຫຍາຍ ໂດຍກຸ່ມບໍລິສັດ Sun Group ອຸປະຖຳ ແລະ ສົມທົບກັບ Vietnam Airlines ພາຍຫຼັງທີ່ໄດ້ຮັບຄວາມເຫັນດີຈາກລັດຖະບານ.
ຊາວ ຫວຽດນາມ ອາໄສ ຢູ່ ຢູແກຼນ ກັບເມືອປະເທດຢ່າງປອດໄພ (ພາບ: TTXVN) |
ລະອຽດ, ຖ້ຽວບິນໝາຍເລກ VN58 ໄດ້ສົ່ງພົນລະເມືອງ 288 ຄົນຈາກ ໂປໂລຍ ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ) ໃນເວລາ 9 ໂມງ 30 ນາທີ. ຖ້ຽວບິນໝາຍເລກ VN68 ໄດ້ສົ່ງພົນລະເມືອງ 291 ຄົນຈາກ ຣູມານີ ກໍໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບາຍ ຮ່າໂນ້ຍ ໃນເວລາ 11 ໂມງ. ສະຖານທູດ ຫວຽດນາມ ປະຈໍາ ໂປໂລຍ ແລະ ຣູມານີ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຈັດສົ່ງພົນລະເມືອງໄປຍັງສະໜາມບິນ, ແຕ່ງຕັ້ງພະນັກງານໜູນຊ່ວຍໃນການເຮັດລະບຽບການທີ່ຈຳເປັນ ແລະ ເຮັດວຽກກັບອຳນາດການປົກຄອງປະເທດປະຈຳຖິ່ນຢ່າງແໜ້ນແຟ້ນ ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ພີ່ນ້ອງເດີນທາງກັບເມືອປະເທດ.
ບັນດາອົງການຜູ້ຕາງໜ້າກໍໄດ້ເປັນເຈົ້າການ, ຮີບດ່ວນສົມທົບກັບອົງການເຈົ້າໜ້າທີ່ຂອງທ້ອງຖິ່ນ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ປະເທດຈຳຖິ່ນຕ້ອນຮັບ, ຈັດການຍານພາຫະນະໄປມາ, ບ່ອນກິນບ່ອນຢູ່ຊົ່ວຄາວ ແລະ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ພໍ່ແມ່ພີ່ນ້ອງ; ຮັບເອກະສານ, ແກ້ໄຂກໍລະນີຖືກຕິດຄ້າງກ່ຽວກັບເອກະສານ, ຊ່ວຍພໍ່ແມ່ພີ່ນ້ອງເຮັດລະບຽບການທີ່ຈຳເປັນສຳເລັດໂດຍໄວເພື່ອກັບຄືນມາປະເທດໃນຖ້ຽວບິນຕໍ່ໄປ.