ສອງປາຍແຫຼມໃນການຮ່ວມມືດ້ານຕຸລາການ ລະຫວ່າງ ຫວຽດນາມ - ຮຸງກາຣີ

(VOVWORLD) - ວັນທີ 28 ມີນາ, ຄະນະປະຕິບັດງານຂອງສານປະຊາຊົນສູງສຸດຫວຽດນາມ ໂດຍທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິງ ເປັນຫົວໜ້າຄະນະ, ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດຮຸງກາຣີ ໃນລະຫວ່າງວັນທີ 26 – 28 ມີນາ.

ສອງປາຍແຫຼມໃນການຮ່ວມມືດ້ານຕຸລາການ ລະຫວ່າງ ຫວຽດນາມ - ຮຸງກາຣີ - ảnh 1ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິງ ແລະທ່ານນາງປະທານ NOJ Hando Tunde

(ພາບ: baotintuc.vn)

ກ່ອນໜ້ານັ້ນ, ໃນມື້ເຮັດວຽກສຸດທ້າຍຢູ່ນະຄອນຫຼວງ Budapest,  ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິງ ໄດ້ມີການເຈລະຈາກັບການນໍາອົງການໄອຍະການສູງສຸດ, ອົງການຍຸຕິທຳແຫ່ງຊາດ (NOJ) ແລະ ກະຊວງແຫຼ່ງຊັບພະຍາກອນມະນຸດ ຮຸງກາຣີ ເພື່ອປຶກສາຫາລືກ່ຽວກັບສອງປາຍແຫຼມໃນການຮ່ວມມືດ້ານຕຸລາການລະຫວ່າງສອງປະເທດ. ນັ້ນແມ່ນການບຳລຸງສ້າງແຫຼ່ງຊັບພະນາກອນມະນຸດລົງເລິກຂະແໜງທີ່ມີຄຸນນະພາບສູງ ແລະ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນລະບຽບການຮ້ອງຟ້ອງ ແລະ ພິພາກສາ.

        ທີ່ບັນດາການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ນັກສຶກສາຫວຽດນາມ ທີ່ພວມສຶກສາຮໍ່າຮຽນກ່ຽວກັບກົດໝາຍຢູ່ຮຸງກາຣີ ໄດ້ຝຶກຫັດຢູ່ບັນດາອົງການໄອຍະການຂອງປະເທດປະຈຳຖິ່ນ. ສຳລັບຝ່າຍຮຸງກາຣີ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບບັນດາພະນັກງານລົງເລິກຂະແໜງ ຂອງຫວຽດນາມໃນຂົງເຂດ ທີ່ປະເທດຮຸງກາຣີມີທ່າແຮງ ເປັນຕົ້ນແມ່ນການປ້ອງກັນ, ຕ້ານອາດຊະຍາກຳເສດຖະກິດ, ອາດຊະຍາກຳທາງອິນເຕີເນັດ,ອາດຊະຍາກຳຫຼັກຊັບ ແລະ ອື່ນໆ; ພ້ອມກັນນັ້ນ, ຮຸງກາລີຈະຊ່ວຍສະຖາບັນສານຫວຽດນາມກໍ່ສ້າງຖັນແຖວຜູ້ພິພາກສາບັນລຸລະດັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ