ສະຖານທູດ ຫວຽດນາມ ປະຈຳຕ່າງປະເທດຫລາຍແຫ່ງ ສືບຕໍ່ໜູນຊ່ວຍພົນລະເມືອງ ຫວຽດນາມ

(VOVWORLD) - ກ່ຽວຂ້ອງເຖິງຂ່າວຄາວທີ່ວ່າ ມີກຸ່ມຄົນໜຶ່ງເປັນຊາວ ຫວຽດນາມ ມີປະມານ 40 ຄົນ, ໃນນັ້ນ ແມ່ນບັນດານັກສຶກສາ ພວມຖືກຕິດຄ້າງຢູ່ສະໜາມບິນ Dallas ຂອງ ອາເມລິກາ ຍ້ອນຖ້ຽວບິນກັບເມືອ ຫວຽດນາມ ທີ່ຜ່ານແດນຢູ່ Narita (ຍີ່ປຸ່ນ) ຖືກໂຈະ,

 ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ໃຫ້ຮູ້ວ່າ: ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອາເມລິກາ ໄດ້ຕິດຕໍ່ກັບນັກສຶກສາຢ່າງຮີບດ່ວນ ເພື່ອຊອກຫາຂໍ້ມູນຂ່າວສານ, ເປັນເຈົ້າການແລກປ່ຽນກັບບັນດາອົງການເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ, ບັນດາບໍລິສັດການບິນ ເພື່ອຊອກຫາຖ້ຽວບິນເໝາະສົມ, ນຳສົ່ງນັກສຶກສາກັບເມືອປະເທດ.

        ຮອດຕອນຄ່ຳວັນທີ 22 ມີນາ (ຕາມເວລາ ອາເມລິກາ), ກຸ່ມນັກສຶກສາດັ່ງກ່າວເກືອບ 30 ຄົນ ໄດ້ປ່ຽນປີ້ຍົນກັບເມືອປະເທດ ເຊິ່ງຜ່ານແດນຢູ່ San Francsico ແລະ ຮົ່ງກົງ (ຈີນ).

        ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ພົນລະເມືອງ ຫວຽດນາມ 35 ຄົນ, ສ່ວນຫລາຍແມ່ນນັກຮຽນ, ນັກສຶກສາພວມກັບເມືອປະເທດ ເຊິ່ງຜ່ານແດນຢູ່ສະໜາມບິນ Changi, ສິງກະໂປ ຖືກຕິດຄ້າງ ບໍ່ສາມາດກັບເມືອປະເທດໄດ້ ຍ້ອນບໍລິສັດການບິນ Singapore Airlines ໂຈະຖ້ຽວບິນໂດຍບໍ່ແຈ້ງກ່ອນ. ທ່ານນາງ ຕ່າວທິແທັງເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ເມື່ອໄດ້ຮັບຂ່າວດັ່ງກ່າວ, ສະຖານທູດ ຫວຽດນາມ ໄດ້ມີຈົດໝາຍທາງການໃນທັນທີ ເພືຶ່ອສະເໜີບໍລິສັດການບິນ Singapore Airlines ມີມາດຕະການແກ້ໄຂໃຫ້ເໝາະສົມ, ຮັບປະກັນຜົນປະໂຫຍດໃຫ້ບັນດາພົນລະເມືອງ ຫວຽດນາມ. ໄລ່ຮອດຈຸດເວລານີ້, ບໍ່ມີຊາວ ຫວຽດນາມ ຢູ່ ສິງກະໂປ ຖືກຕິດໄວຣັດ SARS-CoV-2.

        ວັນທີ 23 ມີນາ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ອອກແຈ້ງການທີ 2 ກ່ຽວກັບສະພາບການໂລກລະບາດ Covid-19 ແລະ ຕັກເຕືອນພົນລະເມືອງ ຫວຽດນາມ ຈົ່ງມີຄວາມອຸ່ນອ່ຽນໃຈ ແລະ ເຄົາລົບປະຕິບັດບັນດາຂໍ້ກຳນົດການປ້ອງກັນ, ຕ້ານໂລກລະບາດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ