ສະຖານທູດ ຫວຽດນາມ ປະຈຳອິນເດຍຈັດການປະຊຸມຂ່າວກ່ຽວກັບການເດີນທາງໄປຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ

(VOVWORLD) - ທ່ານໂຕນຊິງແທ່ງເອກອັກຄະລັດຖະທູດ ແຫ່ງ ສສຫວຽດນາມປະຈຳອິນເດຍໄດ້ເນັ້ນໜັກວ່າ ການເດີນທາງໄປຢ້ຽມຢາມອິນເດຍຂອງທ່ານປະທານປະເທດເຈິ່ນດ້າຍກວາງແມ່ນການຢ້ຽມຢາມຄັ້ງທຳອິດຂອງປະທານປະເທດພາຍຫຼັງ 07 ປີ
ສະຖານທູດ ຫວຽດນາມ ປະຈຳອິນເດຍຈັດການປະຊຸມຂ່າວກ່ຽວກັບການເດີນທາງໄປຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ - ảnh 1 ທ່ານປະທານປະເທດເຈິ່ນດ້າຍກວາງ

ວັນທີ 27 ກຸມພາ, ຢູ່ສຳນັກງານສະຖານທູດແຫ່ງ ສສຫວຽດນາມປະຈຳ ອິນເດຍໄດ້ດຳເນີນການປະຊຸມຂ່າວກ່ຽວກັບການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ອິນເດຍຂອງທ່ານປະທານປະເທດເຈິ່ນດ້າຍກວາງ. ກ່າວຄຳເຫັນນະທີ່ນີ້, ທ່ານໂຕນຊິງແທ່ງເອກອັກຄະລັດຖະທູດ ແຫ່ງ ສສຫວຽດນາມປະຈຳອິນເດຍໄດ້ເນັ້ນໜັກວ່າ ການເດີນທາງໄປຢ້ຽມຢາມອິນເດຍຂອງທ່ານປະທານປະເທດເຈິ່ນດ້າຍກວາງແມ່ນການຢ້ຽມຢາມຄັ້ງທຳອິດຂອງປະທານປະເທດພາຍຫຼັງ 07 ປີນັບແຕ່ການຢ້ຽມຢາມຂອງທ່ານເຈືອງເຕິນຊາງ ອະດີດປະທານປະເທດ ຫວຽດນາມ ໃນປີ 2011. ການເດີນທາງໄປຢ້ຽມຢາມອິນເດຍຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ ເພື່ອແນ່ໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ເຊິ່ງຍາມໃດກໍຖືເປັນສຳຄັນການເພິ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບອິນເດຍ. ການຢ້ຽມຢາມຄັ້ງນີ້ ຈະສືບຕໍ່ປັບປຸງ, ຊຸກຍູ້ ແລະເປີດກວ້າງການພົວພັນຮ່ວມມືດ້ານການເມືອງ, ການທູດ, ການປ້ອງກັນຊາດຕະຫຼອດຮອດດ້ານເສດຖະກິດ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາແລະອື່ນໆ ຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບຍິ່ງເລິກເຊິ່ງແລະແທດຈິງກ່ວາອີກອີກດ້ວຍ.

        ທີ່ການປະຊຸມຂ່າວ, ນອກຈາກບັນດາການເຄື່ອນໄຫວທີ່ເປັນທາງການລະຫວ່າງສອງປະເທດແລ້ວ, ບັນດາພະນັກງານສະຖານທູດ ຫວຽດນາມ ຍັງໃຫ້ຂໍ້ມູນຂ່າວກ່ຽວກັບບັນດາການເຄືື່ອນໄຫວສຳຄັນຕ່າງໆຈະດຳເນີນໃນການເດີນທາງໄປຢ້ຽມຢາມຂອງທ່ານປະທານປະເທດເຈິ່ນດ້າຍກວາງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ